ກົມຂໍ້ມູນຂ່າວສານໄດ້ເປິດຝຶກອົບຮົມ ວຽກງານຄຸ້ມຄອງລະບົບຫ້ອງການທັນສະໄໝ

ໃນຕອນເຊົ້າ ຂອງວັນທີ 18 ພຶດສະພາ 2026 ຢູ່ທີ່ຫ້ອງອິນເຕີເນັດ ກົມຂອງມູນຂ່າວສານ, ໄດ້ເປີດຊຸດຝຶກອົບຮົມ ຜູ້ຄຸ້ມຄອງລະບົບຫ້ອງການທັນສະໄໝ (E-office) ແລະ ລະບົບພາກລັດ G-Share, E-mail ລັດຖະບານ ເຂົ້າໃນວຽກງານໃນໄລຍະໃໝ່ ໃຫ້ພະນັກງານກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນ ພາຍໃຕ້ການເປັນຄະນະປະທານຂອງ ສະຫາຍ ສົມປະສົງ ພົງປະເສີດ, ຫົວໜ້າກົມຂໍ້ມູນຂ່າວສານ , ມີສະຫາຍ ຮອງກົມ, ຫົວໜ້າພະແນກ ພ້ອມດ້ວຍນັກວິທະຍາກອນຈາກສູນບໍລິຫານລັດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພະນັກງານພາຍໃນກົມເຂົ້າຮ່ວມ.

ໃນການເປີດຝຶກອົບຮົມໃນຄັ້ງນີ້ ສະຫາຍ ອິດ ໄຊທອງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງ ພັກ ໄດ້ ຮຽນຮູ້ ຍົກລະດັບທາງດ້ານເຕັກນິກ ແລະ ນໍາໃຊ້ລະບົບທີ່ທັນສະໄໝ ເພື່ອເປັນຄູຝຶກ ທີ່ ສາມາດຖ່າຍຖອດບົດຮຽນ ໃຫ້ພະນັກງານ ຢູ່ໃນບັນດາກົມ, ຫ້ອງການທຽບເທົ່າກົມ ທີ່ຂຶ້ນກັບຄະນະ ໂຄສະນາອົບຮົມສູນກາງພັກ ຮູ້ນຳໃຊ້ ລະບົບທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາອົບຮົມ.
ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດ ຂອງ ພະນັກງານ ພາຍໃນກົມຂໍ້ມູນຂ່າວສານ ໃຫ້ກາຍເປັນຄູຝຶກ TOT ເພື່ອຖ່າຍຖອດຄວາມຮູ້ທາງດ້ານ ເຕັກໂນໂລຊີ ໃຫ້ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ນໍາໃຊ້ລະບົບທັນສະໄໝຕ່າງໆ ໃນການສົ່ງ-ຮັບ, ຈັດເກັບເອກະສານຕ່າງໆ ຢູ່ ບັນດາກົມ, ຫ້ອງການທຽບເທົ່າກົມ ໃຫ້ມີຄວາມ ສະດວກວ່ອງໄວ.
ໃນພິທີ ສະຫາຍ ສົມປະສົງ ພົງປະເສີດ, ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ເຊິ່ງມີບາງຕອນທ່ານກ່າວວ່າ: ວຽກງານຄຸ້ມຄອງລະບົບຫ້ອງການທັນສະໄໝ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍ, ເພື່ອຫັນປ່ຽນໃຫ້ເປັນທັນສະໄໝ ຕ້ອງເອົາໃຈໃສ່ການບໍາລຸງ – ສ້າງຜູ້ເຮັດວຽກງານທັນສະໄໝ, ໂດຍເຫັນໄດ້ຄວາມສໍາຄັນດັ່ງກ່າວ ຈຶ່ງໄດ້ຈັດຕັ້ງການຝຶກອົບຮົມວຽກງານຄຸ້ມຄອງລະບົບຫ້ອງການທັນສະໄໝ (E-office) ແລະ ລະບົບພາກລັດ G-Share, E-mail ລັດຖະບານ ໃຫ້ບັນດາພະນັກງານພາຍໃນກົມ ນອກຈາກນັ້ນ ນັກຝຶກອົບຮົມຍັງຈະໄດ້ທົດລອງການນຳໃຊ້ຕົວຈິງຕື່ມອີກ. ໃນໂອກາດນີ້ສະຫາຍ ຫົວໜ້າກົມຂໍ້ມູນຂ່າວສານ ຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນ ເອົາໃຈໃສ່ການປະຕິບັດໂມງເວລາ ແລະ ແລກປ່ຽນບົດຮຽນກັບວິທະຍາກອນໃຫ້ຫຼາຍ ເພື່ອຍາດແຍ່ງເອົາມບົດຮຽນ.
ການຝຶກອົບຮົມ ຈະດໍາເນີນໄປຈົນເຖິງວັນທີ 18-29 ພຶດສະພາ 2026 ຈຶ່ງຈະປິດລົງ.