
ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ສສ. ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ. ຫວຽດນາມ ສໍາລັບໄລຍະປີ 2026–2030 ເຊິ່ງຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຝ່າຍຫວຽດນາມ ແມ່ນ ຮອງສາດສະດາຈານ ປະລິນຍາເອກ ທ່ານ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ.ຫວຽດນາມ ພ້ອມຕາງໜ້າພາກສ່ວນທີ່ກ່ຽວຂ້ອງຝ່າຍລາວ-ຫວຽດນາມ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ ບົດບັນທຶກຮ່ວມມືສະບັບນີ້ເປັນການສືບຕໍ່ ແລະ ພັດທະນາການຮ່ວມມືອັນດີງາມຂອງສອງຝ່າຍທີ່ໄດ້ດໍາເນີນມາຕັ້ງແຕ່ປີ 2011 ໂດຍເນັ້ນໃສ່ການພັດທະນາບຸກຄະລາກອນສື່ມວນຊົນ, ການແລກປ່ຽນປະສົບການ, ການຄົ້ນຄວ້າວິຊາການ ແລະ ການຈັດກິດຈະກໍາຮ່ວມກັນ.

ຕາມບົດບັນທຶກສະບັບໃໝ່, ສະຖາບັນສື່ມວນຊົນ ແລະ ໂຄສະນາ ຈະສືບຕໍ່ສະໜັບສະໜູນການບໍາລຸງ ແລະ ກໍ່ສ້າງບຸກຄະລາກອນສື່ມວນຊົນລາວ ຜ່ານການຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ເພີ່ມຈໍານວນຊຸດອົບຮົມຜູ້ນໍາພາ ແລະ ຄຸ້ມຄອງສື່ມວນຊົນເປັນ 2 ຊຸດຕໍ່ປີ ພ້ອມທັງຈັດສັນທຶນການສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ດ້ານສື່ມວນຊົນໃຫ້ແກ່ບຸກຄະລາກອນຂອງ ສປປ ລາວ.
ພິທີລົງນາມໃນຄັ້ງນີ້ ນັບເປັນອີກໜຶ່ງຈຸດໝາຍສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບພິເສດ ລາວ–ຫວຽດນາມ, ພ້ອມທັງຍົກສູງຄຸນນະພາບການພັດທະນາບຸກຄະລາກອນສື່ມວນຊົນ ເພື່ອຮັບໃຊ້ການພັດທະນາວຽກງານສື່ມວນຊົນຂອງ ສປປ ລາວ ໃນໄລຍະໃໝ່#ກົມສື່ມວນຊົນ ຄອສພ#ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ.ຫວຽດນາມ#2026-2030
