Daothavysouk singtanak

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາທິດສະດີສູນກາງພັກ ແລະ ຄະນະຊ່ຽວຊານຂອງພັກກອມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຕຶກສະພາທິດສະດີສູນກາງພັກ (ຫຼັກ6). ຄະນະຝ່າຍລາວນໍາໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ.ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ, ນັກຄົ້ນຄວ້າສະຖາບັນລັດທິມາກ ສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້: ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນດ້ວຍບັນຍາກາດດີ, ມີເນື້ອໃນອຸດົມສົມບູນ ບົດຝ່າຍລາວປະກອບມີ […]

ສຳເລັດຊຸດຝຶກອົບຮົມຄູການເມືອງ ແລະ ວຽກງານໂຄສະນາອົບຮົມ ຂອງພັກປະຊາຊົນປະຕິວັດລາວ ປະຈຳປີ 2026

ໃນວັນທີ 23 ກັນຍາ 2026 ຜ່ານມາ ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດພິທີປິດຊຸດບຳລຸງຄູການເມືອງ ແລະ ວຽກງານໂຄສະນາອົບຮົມຂຶ້ນຢ່າງເປັນທາງການ,

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດການເຂົ້າຮ່ວມສໍາມະນາ ກ່ຽວກັບ“ການປັບປຸງການປົກຄອງໃຫ້ທັນສະໄໝ ຂອງບັນດາປະເທດອາຊຽນ” ຢູ່ນະຄອນຫຼວງປັກກິ່ງ ສປ. ຈີນ

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝ ຂອງບັນດາປະເທດອາຊຽນ” ຢູ່ນະຄອນຫຼວງປັກກິ່ງ, ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນ. ປອ. ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນນັບເເຕ່ວັນທີ 3-23 ກັນຍາ 2026 ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ, ເຊິ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີນັກສໍາມະນາກອນຈາກ 5 ປະເທດ ຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 9 ທ່ານ. ໃນພິທີດັ່ງກ່າວ ທ່ານ ນາງ ສື໋ […]

ສຳເລັດ ຝຶກອົບຮົມບໍາລຸງຍົກລະດັບທິດສະດີການເມືອງ-ແນວທາງຂອງພັກ ໃຫ້ສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວ ຊຸດທີ I

ໃນວັນທີ 25 ກັນຍາ 2026 ທີ່ຜ່ານມາ ສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີປິດ ຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ ຊຸດທີ I ຂຶ້ນ ທີ່ສູນກາງສະຫະພັນແມ່ຍິງລາວ; ໂດຍການເຂົ້າຮ່ວມຂອງ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄະນະໂຄ ສະນາອົບຮົມສູນກາງພັກ; ສະຫາຍ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ມີບັນດາອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໜ່ວຍພັກ, ຄະນະກົມ, ສະ ມາຊິກພັກ ຈາກບັນດາກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຢ່າງພ້ອມພຽງ. ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນນັບແຕ່ວັນ 14-25 ກັນຍາ 2026, ມີນັກສໍາມະນາກອນ ທັງໝົດ 40 ສະຫາຍ, ຍິງ 35 ສະຫາຍ, ຊາຍ 5 ສະຫາຍ; ຫຼັກສູດການຝຶກອົບຮົມມີເນື້ອໃນທັງໜົດ 14 ບົດ ກວມເອົາທິດສະດີ ແລະ ແນວທາງທີ່ສໍາຄັນຂອງພັກ. ຜ່ານການຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ […]

ຄະນະໂຄສະນາອົບຮົມສູນກາງພັກ ແລະ ນວ ແລກປ່ຽນບົດຮຽນນຳກັນ

     ກອງປະຊຸມພົບປະ ແລະ ເຮັດວຽກຂອງຄະນະນໍາຈາກສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະພັກ-ຄະນະນໍານະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 2 ກັນຍາ 2026 ທີ່ຫ້ອງ ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນທານຂອງທ່ານ ປອ. ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ (ຜູ້ປະຈຳການ) ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຄະນະກຳມະການປົກຄອງເມືອງອ້ອມຂ້າງ ນວ ເຂົ້າຮ່ວມ.

1 2 3 … 13