
ໃນຕອນເຊົ້າຂອງວັນທີ10 ພະຈິກ 2026ນີ້ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກວດກາພັກ-ລັດ ຢູ່ທີ່ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໃຫ້ກຽດຕ້ອນຮັບໂດຍ ທ່ານ ໄຊຊານົນ ທີແກ້ວ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ, ມີຄະນະໂຄນາອົບຮົມແຂວງ,ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ສົມລິດ ພົມມະແກ້ວ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານກວດກາພັກ-ລັດ ພາຍໃນຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ທີ່ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການສະກັດກັ້ນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆ ພາຍໃນກົງຈັກການຈັດຕັ້ງ.ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນ, ຖອດຖອນບົດຮຽນຮ່ວມກັນ ໃນການແກ້ໄຂບັນຫາຕົວຈິງ ເພື່ອເຮັດໃຫ້ວຽກງານກວດກາ ຂອງຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຮັບການພັດທະນາ ແລະ ມີແບບແຜນວິທີເຮັດວຽກ ທີ່ມີປະສິດທິຜົນສູງຂຶ້ນກວ່າເກົ່າ.ໂອກາດດຽວກັນ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ທີ່ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຍາດມາໄດ້. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ພະນັກງານທີ່ເຮັດວຽກງານກວດກາ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງການກວດກາພັກ-ລັດ ໃຫ້ເລິກເຊິ່ງ, ເພີ່ມທະວີການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ແນວທາງນະໂຍບາຍຕ່າງໆ ຢ່າງເປັນລະບົບ ເພື່ອແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງ ແລະ ພະນັກງານ-ສະມາຊິກພັກ ມີຄວາມປອດໃສ, ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ ແລະ ສາມາດຕອບສະໜອງໄດ້ກັບຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

………………………
ຂ່າວ,ພາບ: ຄອຂ ໄຊຍະບູລີ
