ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ນໍາພາຄະນະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ ເມືອງນານ.
ໃນຕອນເຊົ້າວັນທີ 23 ສິງຫາ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ,ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ຮອງປະທານສະພາທິດສະດີສູນກາງພັກ,ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 19 ສິງຫາ 2026ຜ່ານມາ ຈຳນວນ 5 ບ້ານ ຢູ່ເມືອງນານ ແຂວງ ຫຼວງພະບາງ ໃນນັ້ນ 2 ບ້ານ ໄດ້ຖືກນ້ໍາຖ້ວມເຮືອນມີ: ບ້ານສີບຸນເຮືອງ, ບ້ານນາເລົາ; ບ້ານທີ່ມີດິນເຈື່ອນ ມີ 3 ບ້ານ: ບ້ານ ໂພນໄຊ, ບ້ານນາເມືອງໃຫຍ່ ແລະ ບ້ານ ກາງ,ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ , ພ້ອມດ້ວຍການນໍາຂັ້ນແຂວງ ແລະ ພະນັກງານຫລັກແຫລ່ງເມືອງນານ ໃຫ້ການຕ້ອນຮັບ. ທ່ານ ໄຊນະຄອນ ສຸດທິດາ […]
