ພິທີໂອ້ລົມອຳລາຍົກຍ້າຍໜ້າທີ່ຂອງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ອາດີດຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າວັນທີ 29 ຕຸລາ 2019 ທີ່ຫ້ອງສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງ

ພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຜູ້ເກົ່າ)ໄດ້ໂອ້ລົມກ່າວຄຳອຳລາໜ້າທີ່ໄປຮັບໜ້າທີ່ໃໝ່ຕາມການມອບໝາຍຂອງສູນກາງພັກເຂົ້າຮ່ວມໂດຍມີ: ຄະນະພັກ, ພະນັກງານອາວຸໂສບຳນານ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມທັງວິຊາການທັງໝົດທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາໄດ້ຂື້ນກ່າວສະຫຼຸບຫຍໍ້ຜົນງານການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານເຊິ່ງເພີ່ນໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງໃນຫຼາຍໆດ້ານເຊັ່ນ: ການຈັດຕັ້ງປະຕິບັດມະຕິຄຳສັ່ງຕ່າງໆຂອງພັກ, ການຊີ້ນຳ-ນຳພາວຽກງານການເມືອງແນວຄິດໃຫ້ພະນັກງານພາຍໃນໃຫ້ມີຄວາມສາມັກຄີໜັກແໜ້ນຕໍ່ອຸດົມການຂອງພັກໂດຍສະເພາະວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ, ສ້າງພະນັກງານຫຼັກແຫຼ່ງໃຫ້ມີຄວາມຮູ້ຄວາມສາມາດ, ເປັນແບບຢ່າງທາງດ້ານການເມືອງ ແລະ ວິຊາສະເພາະ; ພ້ອມກັນນັ້ນຍັງສູ້ຊົນກໍ່ສ້າງສຳນັກງານຄະນະໂຄສະນາອົບຮົມສູນກາງພັກໃໝ່ຈາກຫ້ອງການເກົ່າຢູ່ໜອງບອນມາສ້າງໃໝ່ຢູ່ຫຼັກ6 ເຮັດໃຫ້ເງື່ອນໄຂການເຮັດວຽກຂອງພະນັກງານມີຄວາມສະດວກ ແລະ ສາມາດເຮັດລ້ອນໜ້າທີ່ທີ່ພັກ-ລັດມອບໝາຍໃຫ້.

ໃນທ້າຍພິທີທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຜູ້ເກົ່າ)ຜູ້ໄດ້ກ່າວຄຳສຸພາບສິດທີ່ວ່າ ໄປໃຫ້ລາ ມາໃຫ້ຄອບ ແລະ ໄດ້ສະແດງຄວາມຂອບໃຈ, ຄວາມຮູ້ບຸນກັບບັນດາພະນັກງານອາວຸໂສ, ພະນັກງານຫຼັກແຫຼ່ງຂັ້ນຕ່າງໆ, ເພື່ອນມິດສະຫາຍຕະຫຼອດຮອດອ້າຍນ້ອງວິຊາການທັງໝົດທີ່ຮ່ວມອາຊີບດຽວກັນ, ຮ່ວມທຸກຮ່ວມສຸກນຳກັນຕະຫຼອດໄລຍະ 5 ປີກັບ 2 ເດືອນ ທີ່ຜ່ານມາຢ່າງສຸດຊື່ງ ແລະ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າບັນດາສະຫາຍຈະສືບທອດຮັກສາມູນເຊື້ອສາມັກຄີຮັກແພງປອງດອງເຊີ່ງກັນ ແລະ ກັນເວົ້າລວມ ເວົ້າສະເພາະກໍແມ່ນພ້ອມກັນເຮັດວຽກງານແນວຄິດການເມືອງໃຫ້ດີ ແລະ ພ້ອມກັນປັບປຸງສືບຕໍ່ແກ້ໄຂ ເພື່ອນໍາພາວຽກງານດັ່ງກ່າວໃຫ້ຢູ່ແຖວໜ້າ; ນອກນັ້ນ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນ ໜັກໃຫ້ສະມາຊິກພັກ-ພະນັກງານ ທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ສືບທອດມູນເຊື້ອຂອງພັກ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.