ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອານາໄມສໍາ ນັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງ ສະໄໝຂອງຄະນະບໍລິຫານງານພັກ ຄອສພ.


ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອານາໄມສໍານັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ຄອສພ.
ໃນຕອນເຊົ້່າຂອງວັນທີ 14 ກໍລະກົດ 2023, ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອະນາໄມລວມສໍານັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ຄອສພ ເຊິ່ງຈະໄດ້ຈັດຂຶ້ນໃນມໍ່ໆນີ້; ໃຫ້ກຽດນໍາພາ ໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນ ກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານໃນທົ່ວ ຄອສພ ເຂົ້້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ການອອກແຮງງານລວມຄັ້ງນີ້ແມ່ນ ເພື່ອອະນາໄມ, ຕັດຫຍ້າ, ຕົບແຕ່ງສວນດອກໄມ້ ເພື່ອສ້າງຄວາມສະອາດຈົບງາມຕ້ອນຮັບກອງປະຊຸມກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ທັງເປັນການຮັດແໜ້ນຄວາມສາມັກຄີພາຍໃນຂອງພະນັກງານລັດຖະກອນທັງໝົດໃຫ້ເປັນຈິດໜຶ່ງໃຈດຽວກຽມພ້ອມກ້າວເຂົ້າສູ່ກອງປະຊຸມກາງສະໄໝຂອງຕົນດ້ວຍຈິດໃຈຟົດຟື້ນປະຕິວັດ.