ເພສຫ້ອງການ

ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານທົ່ວແຂວງຈໍາປາສັກ.

ເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ແລະ ເພີ້ມຂີດຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານຜູ້ຮັບຜິດຊອບວຽກງານຄົ້ນຄວ້າສັງລວມ ແລະ ຫາງສຽງສັງຄົມໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ. ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມວຽກງານດັ່ງກ່າວຂຶ້ນໃນລະຫວ່າງ ວັນທີ 02-03 ພະຈິກ 2026 ຢູ່ແຂວງຈໍາປາສັກ ທີ່ສະໂມສອນແຂວງຈໍາປາສັກ (ຫຼັກ 4),  ພິທີເປີດຊຸດຝຶກອົບຮົມຈັດຂຶ້ນພາຍໃຕ້ການເປັນປະທານ ແລະ ກ່າວເປີດ-ປິດຊຸດຝຶກອົບຮົມ ຂອງສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ; ໃຫ້ ໂອ້ລົມຕໍ່ຊຸດຝືກອົບຮົມ ຂອງສະຫາຍ ປອ ອະລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ມີສະຫາຍ ປະດິດ ວັນນະລັດສະໝີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີນັກສໍໍາມະນາກອນທີ່ມາຈາກບັນດາພະແນກການ, ກົມກອງອ້ອມຂ້າງ, ຄະນະໂຄສະນາອົບຮົມ 09 […]

ຫ້ອງການ ຄອສພ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III.

ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງໄຊຍະບູລີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18-19  ສິງຫາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານ ພ້ອມທັງໃຫ້ກຽດຮັບຟັງ, ກ່າວເປີດ-ກ່າວປິດຊຸດຝຶກອົບຮົມ ຂອງສະຫາຍ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີບັນດາສະຫາຍກຳມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກສ ແຂວງ, ບັນດາສະຫາຍ ຮອງເລຂາຄະນະບໍລິຫານພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມ 11 ເມືອງ ພາຍໃນແຂວງໄຊຍະບູລີ (ນັກສໍາມະນາກອນ) ແລະ ພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ ຈໍານວນ 80 ສະຫາຍ, ຍິງ 22 ສະຫາຍ. […]

ຫ້ອງການ ຄອສພ ຈັດຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ພະນັກງານບັນດາກົມ, ທຽບເທົ່າກົມ ພາຍໃນ ຄອສພ.

ການຝຶກອົບຮົມວຽກງານການຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຜູ້ຮັບ ຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເພັງ ຈັນທະດາລາ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ; ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ຜູ້ຮັບຜິດຊອບວຽກງານຄຸ້ມຄອງບໍລິຫານ-ການເງິນ ຂອງບັນດາກົມ, ທຽບເທົ່າກົມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ມີວິທະຍາກອນຈາກກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ເຂົ້າຮ່ວມທັງໝົດ ຈໍານວນ 25 ສະຫາຍ. ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍແຈ້ງການ ຂອງຫ້ອງການກະຊວງການເງິນ ສະບັບເລກທີ 3744/ຫກ, ລົງວັນທີ 18 ພະຈິກ 2025 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ […]

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ

ສ້າງ​ຕາ​ໜ່າງ​ນັກໂຄສະນາ-ປາຖະກະຖາ ແລະ ຜູ້​ເຮັດ​ວຽກ​ງານເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ​ພາຍ​ໃນ ແຂວງ​ສະ​ຫວັນ​ນະ​ເຂດ                                                                     ຂ່າວ​ໂດຍ: ຈິນດາວັນ ອິນສົມເພຍ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເຕັກ​ນິກ ໃຫ້ແກ່​ພະ​ນັກ​ງານຜູ້​ທີ່​ເຮັດໂຄສະນາ-ປາຖະກະຖາ ແລະ ​​ເກັບ​ກຳຫາງ​ສຽ​ງ​ສັງ​ຄົມ ພາຍ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ​ໃຫ້​ສາ​ມາດນຳເອົາແນວທາງນະໂຍບາຍຂອງພັກ-ລັດ ໄປຈັດ​ຕັ້ງເຜີຍແຜ່ ແລະ ຜັນ​ຂະ​ຫຍາຍ​ເຂົ້າ​ໃນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ ຂອງ​ຕົນ ແລະ ​ທົ່ວ​ສັງ​ຄົມ ໃຫ້ກວ້າງ​ຂວາງ, ທົ່ວ​ເຖິງ ແລະ ເລິກເຊິ່ງ, ​ກົມ​ໂຄ​ສະ​ນາ ແລະ ຫ້ອງ​ການ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ຮ່ວມ​ກັບ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ ແຂວງ​ສະ​ຫວັດ​ນະ​ເຂດ ໄດ້​ຈັດ​ຊຸດ​ຝຶກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ​-ປາ​ຖະ​ກະ​ຖາ ແລະ ວຽກ​ງານ​ເກັບ​ກຳ​ຫາງ​ສຽງ​ສັງ​ຄົມ ຂຶ້ນໃນຕອນເຊົ້າ ຂອງວັນທີ 23 ​ກັນ​ຍາ 2025 ທີ່​ໂຮງ​​ຮຽນການ​ເມືອງ ແລະ ການປົກ​ຄອງ​ ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ນົງ​ສັກ ອິນ​ທະ​ວົງ ກຳ​ມະ​ການ​​ຄະ​ນະພັກ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຫົວ​ໜ້າ​ກົມ​ໂຄ​ສະ​ນາ, ທ່ານ ບຸນ​ເພັງ ຈັນ​ທະ​ດາ​ລາ […]

ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງ ທ່ຽວ ມອບປື້ມໃຫ້ແກ່ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າ ຂອງວັນທີ 25 ກໍລະກົດ 2024 ທີ່ຫ້ອງປະຊຸມທາງໄກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີພິທີມອບ-ຮັບປື້ມ ລະຫວ່າງສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ອຳນວຍການໃຫຍ່ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ.

1 2 3