
ເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ແລະ ເພີ້ມຂີດຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານຜູ້ຮັບຜິດຊອບວຽກງານຄົ້ນຄວ້າສັງລວມ ແລະ ຫາງສຽງສັງຄົມໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ. ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດຊຸດຝຶກອົບຮົມວຽກງານດັ່ງກ່າວຂຶ້ນໃນລະຫວ່າງ ຢູ່ແຂວງຈໍາປາສັກໃນວັນທີ 02-03 ພະຈິກ 2026 ທີ່ສະໂມສອນແຂວງຈໍາປາສັກ (ຫຼັກ 4), ພິທີເປີດຊຸດຝຶກອົບຮົມຈັດຂຶ້ນພາຍໃຕ້ການເປັນປະທານ ແລະ ກ່າວເປີດ-ປິດຊຸດຝຶກອົບຮົມ ຂອງສະຫາຍ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ; ໃຫ້ ໂອ້ລົມຕໍ່ຊຸດຝືກອົບຮົມ ຂອງສະຫາຍ ປອ ອະລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ມີສະຫາຍ ປະດິດ ວັນນະລັດສະໝີ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີນັກສໍໍາມະນາກອນທີ່ມາຈາກບັນດາພະແນກການ, ກົມກອງອ້ອມຂ້າງ, ຄະນະໂຄສະນາອົບຮົມ 09 ເມືອງ ແລະ 01 ນະຄອນ ພາຍໃນແຂວງຈໍາປາສັກ ແລະ ພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ ຈໍານວນ 120 ສະຫາຍ, ຍິງ 36 ສະ ຫາຍ.
ການຝຶກອົບຮົມຄັ້ງນີ້ ຖືເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຖັນແຖວພະນັກງານການ ເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນການເພີ່ມຂີດຄວາມສາມາດໃຫ້ແກ່ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ເພື່ອນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງມີປະສິດທິພາບ. ຕະຫຼອດໄລຍະການຝຶກອົບຮົມ, ນັກສໍາມະນາກອນໄດ້ຮັບຟັງການບັນຍາຍເນື້ອໃນເອກະສານບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ວິທີການຕິດຕາມ; ເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ເຄືອຂ່າຍຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ; ນອກຈາກຮັບຟັງການບັນຍາຍເນື້ອໃນທິດສະດີແລ້ວ, ນັກສໍາມະນາກອນ ຍັງໄດ້ເຮັດທົດລອງລັກສະນະຕົວຈິງ ໂດຍຈັດຕັ້ງເປັນກຸ່ມ ເພື່ອພ້ອມກັນຄົ້ນຄວ້າ, ໄຈ້ແຍກຄວາມແຕກຕ່າງ ລະຫວ່າງ ຫາງສຽງສັງຄົມ, ຂ່າວລື ແລະ ຖ້ອຍທໍານອງບິດເບືອນ, ພ້ອມດຽວກັນນັ້ນ ກໍໄດ້ວິເຄາະ, ວິໄຈສາເຫດຕົ້ນຕໍ ແລະ ຄາດຄະເນທ່າອ່ຽງຜົນກະທົບ ຂອງຫາງສຽງສັງຄົມໃນຕໍ່ໜ້າ ຕິດພັນກັບການຄົ້ນຄວ້າວິທີການ ແລະ ມາດຕະການປັບປຸງແກ້ໄຂຢ່າງລະອຽດໃນແຕ່ລະໄລຍະ; ນອກຈາກນັ້ນ, ບັນດານັກສໍາມະນາກອນ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄວາມຄິດຄວາມເຫັນ, ຕັ້ງຄໍາຖາມ ແລະ ແລກປ່ຽນບົດຮຽນຢ່າງກົງໄປ-ກົງມາກັບວິທະຍາກອນ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ ມີບັນຍາກາດຟົດຟື້ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສອດຄ່ອງກັບສະພາບຕົວຈິງ ໃນເງື່ອນໄຂປັດຈຸບັນ.
ພາຍຫຼັງສໍາເລັດຊຸດຝຶກອົບຮົມແລ້ວ, ສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງຈໍາປາສັກ ແລະ ເມືອງສຸຂຸມາ ຕື່ມອີກ.

ພາບ-ຂ່າວ: ນາງ ຄໍາສະໄຫວ ຈັນທະລັງ


