ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ
ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ ປະຊາຊົນລາວ ແມ່ນປະຊາຊົນວິລະຊົນ ທີ່ໄດ້ຕໍ່ສູ້ຢ່າງຍືດເຍື້ອຍາວນານ ເພື່ອຍາດເອົາ ເອກະລາດແຫ່ງຊາດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ 20, ກອງທັບ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນພາລະກິດປະຕິວັດ ແລະ ການປົດປ່ອຍຊາດຂອງປະເທດລາວ, ນັກຮົບຈີນຫຼາຍກວ່າ 200 ສະຫາຍ ໄດ້ເສຍສະຫຼະຊີວິດຢູ່ດິນແດນແຫ່ງນີ້ ແລະ ສ້າງເປັນອະນຸສາວະລີແຫ່ງມິດຕະພາບ ຈີນ-ລາວ ທີ່ບໍ່ມີ ວັນເສື່ອມຄາຍ. ນອກຈາກນີ້ການກໍ່ສ້າງຂົວຂ້າມນ້ຳອູກໍແມ່ນຂົວທີ່ມີຄວາມຍາວ 256 ແມັດ ຍັງຄົງເດັ່ນສະຫງ່າ ຢູ່ເທິງແມ່ນ້ຳອູ ທີ່ຜ່ານຮ້ອນຜ່ານໜາວມາຫຼາຍກວ່າ 40 ປີ ທີ່ເປັນສັກຂີພິຍານໃຫ້ແກ່ມິດຕະພາບ ຈີນ-ລາວ ທີ່ໝັ້ນຄົງຂະນົງແກ່ນ. ເພື່ອຮັບປະກັນໃຫ້ການກໍ່ສ້າງທາງດຳເນີນໄປຢ່າງສະດວກ ແລະ ຮັບປະກັນຄວາມ ປອດໄພຂອງຜູ້ຄະນະກໍ່ສ້າງ, ກອງປືນໃຫຍ່ຕໍ່ຕ້ານອາກາດຍານຂອງຈີນກໍໄດ້ເຂົ້າຮ່ວມສູ້ຮົບເພື່ອປົກປ້ອງການກໍ່ສ້າງ ທັງໝົດ 95 ຄັ້ງ, ຍິງຍົນສູ້ຮົບຂອງອາເມລິກາຕົກ 35 ລຳ, ໄດ້ຮັບຄວາມ ເສຍຫາຍ […]
