40 ປີ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ວາລະສານ “ໂຄສະນາ”

ໃນຕອນບ່າຍ ຂອງວັນທີ 28 ຕຸລາ 2026 ທີ່ຫ້ອງປະຊຸມໃຫຍ່ (ຫຼັກ 6) ຂອງຄະນະໂຄສະນາອົບຮົມສູນກາງພັກ, ກົມໂຄສະນາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວາລະສານ “ໂຄສະນາ” ຄົບຮອບ 40 ປີ (ວັນທີ 28 ຕຸລາ 1986-28 ຕຸລາ 2026) ຂຶ້ນ ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານ ຂອງທ່ານ ປອ ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ-ຄະນະນໍາ ຂອງ ຄອສພ, ບັນດາພະນັກງານອາວຸໂສບໍານານ ອະດີດຫົວໜ້າຄະນະບັນນາທິການ ວາລະສານ “ໂຄສະນາ”, ແຂກຖືກເຊີນ ແລະ ພະນັກງານ ຂອງກົມໂຄສະນາ ເຂົ້າຮ່ວມ.

 

ໃນພິທີ, ທ່ານ ບົວໄລ ພານຸວົງ, ຄະນະພັກ ຄອສພ, ຫົວໜ້າກົມໂຄສະນາ ທັງເປັນຫົວໜ້າຄະນະບັນນາທິການ ວາລະສານ “ໂຄສະນາ” ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວ ວາລະສານ “ໂຄສະນາ” ຕະຫຼອດໄລຍະ 40 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານ, ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ ພ້ອມທັງທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ແຂກຖືກເຊີນ-ຕາງໜ້າວາລະສານ “ອະລຸນໃໝ່, ວາລະສານ “ການເມືອງ ແລະ ການປົກຄອງແຫ່ງຊາດ”, ວາລະສານ “ກໍ່ສ້າງພັກ”, ບໍລິສັດ “ສີສັນ” ແລະ ບັນດາພະນັກງານອາວຸໂສບໍານານ ອະດີດຫົວໜ້າຄະນະບັນນາທິການວາລະສານ “ໂຄສະນາ” ໄດ້ມີຄຳຄິດເຫັນກ່ຽວກັບບາງບົດຮຽນການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາ.
ໃນຕອນທ້າຍ, ທ່ານ ປອ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບົດບາດສໍາຄັນຂອງວາລະສານ “ໂຄສະນາ” ເຊິ່ງແມ່ນອົງການສື່ມວນຊົນ ແລະ ກະບອກສຽງ ຂອງ ຄອສພ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 28/10/1986, ເປັນປຶ້ມຄູ່ມື ທີ່ສໍາຄັນໃຫ້ແກ່ນັກປາຖະກະຖາ ຕະຫຼອດຮອດພະນັກງານນັກຮົບ ທີ່ເຮັດວຽກງານການເມືອງ-ແນວຄິດ. ຜ່ານການເຄື່ອນໄຫວ ວຽກງານຕາມພາລະບົດບາດ-ໜ້າທີ່ ຂອງຕົນ ໂດຍພາຍໃຕ້ ການຊີ້ນຳຢ່າງໃກ້ຊິດ ຂອງຄະນະພັກ ຄອສພ, ວາລະສານ “ໂຄສະນາ” ມີການເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ.

ທ່ານ ປອ ຄໍາພັນ ເຜີຍຍະວົງ ໄດ້ເນັ້ນເຮັດແນວໃດໃຫ້ວາລະສານ “ໂຄສະນາ” ໃຫ້ມີຄຸນນະພາບໃໝ່ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຕາມ 4 ຄຸນລັກສະນະ ຂອງສື່ມວນຊົນ. ຢາກເຮັດໄດ້ແນວນັ້ນ, ກ່ອນອື່ນຕ້ອງຜັນຂະຫຍາຍ ມະຕິ VI ຂອງກອງປະຊຸມໃຫຍ່ ອົງຄະນະພັກ ຄອສພ ວາງອອກ ກໍຄື 9 ແຜນງານ 47 ໂຄງການ, ສ້າງບຸກຄະລາກອນທີ່ເກັ່ງຊໍານິຊຳນານໃນການຂຽນ, ປັບປຸງແບບແຜນການຂຽນເນື້ອໃນ ໃຫ້ມີຫລາຍຮູບຫລາຍສີ, ບໍ່ແຫ້ງແລ້ງ ມີຄວາມອຸດົມສົມບຸນ, ຫັນເປັນດີຈິຕອນທີ່ທັນສະໄໝ, ສ້າງເພື່ອນຮ່ວມງານກັບບັນດາວາລະສານຂອງພັກ, ເປັນເຈົ້າການຕອບຕ້ານຂ່າວປອມ ຂອງອິດທິກຳລັງປໍລະປັກ…


(ພາບ: ດາວ-ຂ່າວ: ມີໄຊ)