ທ່ານ ສາຄອນ ພົມມະລາດ ຮອງຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

       ໃນວັນທີ 11-12 ສິງຫາ 2026 ທ່ານ ສາຄອນ ພົມມະລາດ ຮອງ ຫົວຫນ້າ ຄອສພ ໄດ້ເຂົ້າຮ່ວມກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ ທົ່ວປະເທດ ຄັ້ງທີ I ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ  ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ລັດຖະບານ, ປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການ ສະຫຼູບວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍໍ່ໜ້າ; ສະຫຼູບການຈັດຕັ້ງປະຕິບັດວຽກງານ ຂອງ ຄລທ ໃນໄລຍະ 1 ປີຜ່ານມາ ແລະ ປະເມີນ ການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025. ຫຼັງຈາກນັ້ນ ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນແລກປ່ຽນ ຂອງ ບັນດາພາກສ່ວນກ່ຽວຂ້ອງ ຕໍ່ວຽກງານດັ່ງກ່າວຢ່າງກົງໄປກົງມາດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນທີ່ສຳຄັນ. ພາຍຫຼັງສໍາເລັດການປະກອບຄວາມເຫັນປະທານກອງປະຊຸມ ໄດ້ມີຄວາມເຫັນສະຫຼູບ ແລະ ເນັ້ນຕື່ມວ່າ: ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ຕີລາຄາສູງຕໍ່ບົດບາດຂອງ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເຊິ່ງ ນັບແຕ່ລັດຖະບານ ໄດ້ເປີດກວ້າງ ຕໍ່ການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ, ລັດຖະບານ ໄດ້ມີການປັບປຸງນິຕິກຳ ແລະ ນະໂຍບາຍ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລຍະ ສາມາດດຶງດູດການລົງທຶນ ໄດ້ຢ່າງຕໍ່ເນື່ອງ. ເຊິ່ງສະແດງຄື: ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ນັບແຕ່ປີ 1989 ຮອດປະຈຸບັນ ບັນລຸ 5,394 ໂຄງການ, ມູນຄ່າ 65.5 ຕຶ້ໂດລາສະຫະລັດ. ໃນນັ້ນການລົງທຶນພາຍໃນ ສະເພາະໃນກິດຈະການຄວບຄຸມ ແລະ ສຳປະທານກວມເອົາ ປະມານ 23% ຂອງການອະນຸມັດການ ລົງທຶນທັງໝົດ. ສະເພາະໃນ 7 ເດືອນຕົ້ນປີ 2026 ໄດ້ອະນຸມັດການລົງທຶນໃນກິດຈະການສໍາປະທານ ແລະ ບັນຊີກິດຈະການຄວບຄຸມ ທັງໝົດ 34 ໂຄງການ ມູນຄ່າ 8.5 ຕື້ ໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2025 ເຫັນວ່າເພີ້ມຂຶ້ນ 68% .
        ກອງປະຊຸມຄັ້ງນີ້ຍັງໄດ້ເປັນກຽດຢ່າງສູງທີ່ໄດ້ຮັບຟັງທິດຊີ້ນຳຈາກ ພະນະທ່ານ ສອນໄຊ ສີພັນດອນ  ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງເພິ່ນໄດ້ມີທິດຊີ້ນໍຳ ແລະ ເນັ້ນໜັກຕໍ່ກັບວຽກງານດັ່ງກ່າວ ດັ່ງນີ້ :ໂດຍເນັ້ນໃຫ້ຍົກສູງວຽກງານສົ່ງເສີມ–ຄຸ້ມຄອງການລົງທຶນ ໃຫ້ວ່ອງໄວ, ໂປ່ງໃສ ແລະ ເປັນມືອາຊີບ, ສອດຄ່ອງກັບມະຕິຂອງພັກ ແລະ ແຜນພັດທະນາ 5 ປີ 2026–2030. ພ້ອມທັງໃຫ້ເພີ່ມການກວດກາ–ຄຸ້ມຄອງໂຄງການລົງທຶນ ຢ່າງຮັດກຸມຕາມກົດໝາຍ, ນຳໃຊ້ເຕັກໂນໂລຊີທັນສະໄໝ, ແກ້ໄຂປະກົດການຫຍໍ້ທໍ້ ແລະ ເສີມສ້າງວິໄນ ເພື່ອໃຫ້ຂະແໜງການລົງທຶນມີຄຸນນະພາບ ແລະ ໂປ່ງໃສຫຼາຍຂຶ້ນ.
        ກອງປະຊຸມໄດ້ມີຄວາມເປັນເອກະພາບຢ່າງຮອບດ້ານໃນການຍົກລະດັບ ແລະ ຫັນປ່ຽນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ເພື່ອໃຫ້ບັນລຸຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍມີ ທິດທາງຕົ້ນຕໍ່ ໂດຍເນັ້ນໃສ່: ການສົ່ງເສີມການລົງທຶນສີຂຽວ ແລະ ຍືນຍົງ, ປັບປຸງກົດໝາຍ ແລະ ກົນໄກບໍລິຫານ, ນຳໃຊ້ເຕັກໂນໂລຊີໃນການບໍລິຫານ, ສ້າງຖານຂໍ້ມູນການລົງທຶນແຫ່ງຊາດ, ເນັ້ນຄຸນນະພາບການລົງທຶນຫຼາຍກວ່າຈຳນວນ, ເພີ່ມການກວດກາໂຄງການທີ່ມີບັນຫາ, ປັບປຸງນະໂຍບາຍພາສີ–ອາກອນ, ສົ່ງເສີມການຊັກຊວນການລົງທຶນແບບທ່າບຸກ ແລະ ຈັດສັນພື້ນທີ່ສຳລັບການລົງທຶນໃຫ້ເໝາະສົມ.