news

ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ

ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ     ໃນລະຫວ່າງວັນທີ 28-29 ພະຈິກ 2022 ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວ ແລະ ຊີ້ນໍາວຽກງານເກັບກໍາຫາງສຽງສັງຄົມ ຢູ່ແຂວງບໍ່ແກ້ວ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນໍາ ຂອງແຂວງ, ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມແຂວງ.     ການເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້ແມ່ນ ໄດ້ເຂົ້າພົບ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສະພາບແນວຄິດ ກໍຄືຫາງສຽງສັງຄົມໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ […]

ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949- 20 ມັງກອນ 2022)

ໃນວັນທີ 19 ມັງກອນ 2021 ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະເຂົ້າອວຍພອນ ຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ນຳໂດຍ ທ່ານ ປອ ຄໍາພັນ ເຜີຍຍະວົງ  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ຕາງໜ້າໃຫ້ແກ່ຄະນະພັກ ຄະນະນຳ ຕະຫຼອດຮອດພະນັກງານນັກຮົມແນວຄິດທົ່ວປະເທດເຂົ້າອວຍພອນ ຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະພະນັກງານ ແລະ ນັກຮົບ ຂອງກອງພັນໃຫຍ່ລົດຕັງ-ຍາຍເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະພະນັກງານ ແລະ ນັກຮົບ ຂອງກອງພັນໃຫຍ່ລົດຕັງ-ຍາຍເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ ໃນວັນທີ 19 ມັງກອນ 2022 , ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ ແລະ ນັກຮົບ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ.

1 2 3 4 8