ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

ໃນວັນທີ 24 ເມສາ 2026 ທີ່ຫ້ອງວ່າການສູນກາງພັກ, ໄດ້ຈັດງານວາງສະແດງຮູບພາບ ແລະ ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ  ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈິນ ປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ພະນັກງານຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີປາຖະກະຖາຄັ້ງນີ້ ສະຫາຍ ນາງ ຟາງ ຫົງ ໄດ້ທົບທວນຄືນເສັ້ນທາງ 65 ປີຜ່ານມາສາຍພົວພັນຈີນ-ລາວ, ໄດ້ຜ່ານຜ່າການຜັນແປຂອງສະພາບການສາກົນ, ແຕ່ອຸດົມການເບື້ອງຕົ້ນຍັງບໍ່ປ່ຽນແປງ, ໄດ້ຜ່ານຜ່າການທົດສອບຈາກຄວາມສ່ຽງຕ່າງໆແຕ່ຍັງຄົງໜັກແໜ້ນດັ່ງຫີນຜາ, ສາມາດສ້າງເສັ້ນ ທາງແຫ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງຈິງໃຈ ແລະ ການຢູ່ຮ່ວມກັນຢ່າງສັນຕິຂອງປະເທດບ້ານໃກ້ເຮືອນຄຽງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເສັ້ນທາງແຫ່ງການຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ກ້າວໄປຂ້າງໜ້າຮ່ວມກັນຂອງປະເທດສັງຄົມນິຍົມ ແລະ ເປັນເສັ້ນທາງຕົວແບບແຫ່ງການຮ່ວມມືຊ່ວຍເຫຼືອແລະ ຮ່ວມກັນພັດທະນາຂອງປະເທດພວມພັດທະນາ, ສາເຫດຕົ້ນຕໍທີ່ເຮັດໃຫ້ສາຍພົວພັນຈີນ-ລາວສາມາດກ້າວຂຶ້ນສູ່ລະດັບໃໝ່ ແລະ ບັນລຸການບຸກທະລຸໃໝ່ໃນທ່າມກາງການຜັນແປຂອງສະພາບການໃນ 65 ປີຜ່ານມາ ກໍຄືການນໍາແຕ່ລະຮຸ່ນຂອງສອງພັກ, ສອງລັດຍາມໃດກໍມີວິໄສທັດກວ້າງໄກ, ຊີ້ນໍາ ແລະ ນໍາພາທາງຍຸດທະສາດດ້ວຍຕົນເອງ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຄຳເຫັນວ່າ: ສອງປະເທດ ລາວ-ຈີນ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູ, ສາຍນ້ຳຕິດຈອດກັນ, ມີລະບອບການເມືອງ ແລະ ທິດທາງການພັດທະນາປະເທດຊາດ ທີ່ຄ້າຍຄືກັນ, ປະຊາຊົນສອງຊາດ ມີມູນເຊື້ອການພົວພັນໄປມາຫາສູ່ກັນມາແຕ່ບູຮານນະການ. ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ມີການພົວພັນນຳກັນ ແຕ່ປີ 1959, ຫຼັງຈາກນັ້ນ 2 ປີ ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961. ປະທານ ເໝົາ ເຈີຕົງ, ປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນໍາຮຸ່ນຕ່າງໆ ລ້ວນແຕ່ໄດ້ນໍາພາເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ, ໃນປີເລີ່ມຕົ້ນຂອງສັດຕະວັດທີ 21 (ປີ 2000), ສອງປະເທດໄດ້ລົງນາມ ໃນການຖະແຫຼງການຮ່ວມ ກ່ຽວກັບການເພີ່ມທະວີພາຄີ ລະຫວ່າງ ສອງປະເທດ ໂດຍໄດ້ກຳນົດໃຫ້ການພົວພັນສອງປະເທດ ທີ່ຂຽນເປັນໂຕໜັງສືຈີນ 16 ໂຕ ກໍຄື “ການພົວພັນຮ່ວມມືຮອບດ້ານທີ່ໝັ້ນຄົງຍາວນານ, ມີໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ”. ນັບແຕ່ນັ້ນມາ, ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນເລື້ອຍໆມາ, ການນໍາຂັ້ນສູງຂອງສອງຝ່າຍ ໄດ້ມີການໄປມາຫາສູ່ ພົບປະແລກປ່ຽນຄໍາຄິດຄໍາເຫັນນໍາກັນເປັນປະຈໍາທຸກປີ, ພ້ອມນັ້ນ ສອງປະເທດກໍໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ  ຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ” (ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຊຶ່ງເປັນການຢັ້ງຢືນໃຫ້ເຫັນເຖິງການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງມິດຕະພາບ ແລະ ການພົວພັນຮ່ວມມື ລາວ-ຈີນ ນອກຈາກນັ້ນ, ຈີນ ຍັງເປັນປະເທດທີ່ມີໂຄງການຮ່ວມມືລົງທຶນອັນດັບ 1 ຢູ່ລາວ ໂດຍໄດ້ມີໂຄງການຮ່ວມມືຍຸດທະສາດທີ່ສໍາຄັນ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນ ລາວ-ຈີນ, ໂຄງການສ້າງແລວເສດຖະກິດ ລາວ-ຈີນ, ເຂດເສດຖະກິດພິເສດ ແລະ ອື່ນໆອີກ.