ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ

                ຕອນເຊົ້າວັນທີ 1ມິຖຸນາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ສູນຝຶກອົບຮົມຄົບວົງຈອນ ບ້ານຫ້ວຍຍາງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   (ເຂດ ດົງໝາກຄາຍ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ    ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນຄອສພ.

            ຈຸດປະສົງໃນການຈັດກິດຈະກຳ​ຄັ້ງນີ້ ​ເພື່ອເປັນການສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ, ທັງເປັນການສ້າງຂະບວນການອອກແຮງງານລວມ, ສ້າງຄວາມສາມັກຄີຮັກແພງ ລະຫວ່າງພະນັກງານ ຄອສພ ແລະ ​ເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານ   ໃນການເພີ່ມເນື້ອທີ່ສີຂຽວແກ່ຜືນແຜ່ນດິນ ຂອງ ສ ປ ປ ລາວ ທັງປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ຮູ້ຈັກປົກປັກຮັກສາ, ອານຸລັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຢືນຍົງ.