ເພສກົມກວດກາ

ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.

ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີທີຈະມາເຖິງນີ້, ຂ້າພະເຈົ້າຂໍສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ພັກເຮົາໄດ້ເປັນແກນນໍາພັກໃນການວາງແນວທາງອັນຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະຫຍາຍຕົວ ແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບ ໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນອັນໄດ້ເຮັດໃຫ້ຊື່ສຽງ ແລະ ບົດບາດສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ. ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ […]

1 2 3