ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ແລະ ແຜນປະຈຳປີ 2024.

ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ແລະ ວາງແຜນການປະຈຳປີ 2024.

ໃນຕອນເຊົ້າ ວັນທີ 23 ພຶດສະພາ 2024 ຢູ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2023 ແລະ ວາງແຜນການປະຈຳປີ 2024 ຂື້ນພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ ແລະ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ມີບັນດາຄະນະບໍລິຫານງານພັກ, ຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການທົ່ວຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມໄດ້ເຜີຍແຜ່ເອກະສານສຳຄັນດັ່ງນີ້:
1. ຄຳແນະນຳ ສະບັບເລກທີ 331/ອກຫລ, ລົງວັນທີ 30 ຕຸລາ 2023 ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ(ສະບັບປັບປຸງ).
2. ຄຳແນະນຳ ສະບັບເລກທີ 279/ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ.
3. ບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງ ຄອສພ.
4. ບົດສະຫຼຸບຕີລາຄາວຽກງານກວດກາ ຂອງຄະນະກວດກາສູນກາງພັກ ປະຈຳປີ 2023.
5. ບົດໂອ້ລົມຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2023.


ຕອນທ້າຍ ຂອງກອງປະຊຸມ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງກ່ອນອຶ່ນສະຫາຍໄດ້ສະແດງຄວາມຊົມເຊີຍ ຄະນະກວດກາພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ພ້ອມກັນບຸກບືນສູ້ຊົນຈົນສາມາດຍາດໄດ້ຜົນສຳເລັດຫຼາຍຢ່າງ ໃນໄລຍະ 1ປີຜ່ານມາ, ໃນໂອກາດດຽວກັນນີ້ ສະຫາຍ ກໍຍັງໄດ້ຮຽກຮ້ອງໃຫ້ກົມກວດກາເຊິ່ງເປັນເສນາທິການໃຫ້ແກ່ຄະນະກວດກາພັກ ຄະນະໂຄສະນາອົບຮົມສູນກາງພັກເອົາໃຈໃສ່ວຽກງານກວດກາໃຫ້ຫຼາຍຂື້ນ, ພ້ອມກັນສູ້ຊົນປະຕິບັດທິດທາງແຜນການທີ່ໄດ້ກຳນົດໄວ້ ໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໜາຍ. ຖືສຳຄັນວຽກງານກວດກາພັກ ເພື່ອເຮັດໃຫ້ການກວດກາບັນດາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄຸນນະພາບພ້ອມທັງຊຸກຍູ້ກວດກາການປະຕິບັດບັນດາແຜນງານ, ແຜນການ, ໂຄງການທີ່ອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ກຳນົດອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດສຳເລັດ ເພື່ອສ້າງການຫັນປ່ຽນໃໝ່ໃນວຽກງານໂຄສະນາອົບຮົມ.
ໃນຕອນບ່າຍຂອງວັນດຽວກັນພະແນກເຕັກໂນໂລຊີຂໍ້ມູນຂ່າວສານ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຮ່ວມກັບ ພະແນກຄຳຮ້ອງຟ້ອງ ແລະ ຄຳສະເໜີຂອງກົມກວດກາ ຂື້ນນຳສະເໜີວິທີການນຳໃຊ້ລະບົບກ່ອງຄຳຄິດເຫັນອອນລາຍໃຫ້ແກ່ພະນັກງານ ຄອສພ ເພື່ອໃຫ້ພະນັກງານລັດຖະກອນຮຽນຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບການສົ່ງຄຳຄິດເຫັນດ້ານດີ, ດ້ານອ່ອນ ແລະ ບັນຫາຕ່າງໆແນ່ໃສ່ເພື່ອປັບປຸງວຽກງານໂຄສະນາໃຫ້ນັບມື້ນັບດີຂຶ້ນ ແລະ ຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ.