ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ໃນຕອນເຊົ້າວັນທີ 16 ພຶດສະພາ 2024 ຜ່ານມານີ້, ວາລະສານ ອະລຸນໃໝ່ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023 ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາ, ຜູ້ຊີ້ນໍາວາລະສານ ອະລຸນໃໝ່, ມີສະຫາຍ ນາງ ພວງມາລີ ອັກຄະມົນຕີ, ກໍາມະການພັກ ຫົວໜ້າກົມກວດກາພ້ອມທີມງາມ ມີສະຫາຍ ປອ. ວັນລາຕີ ຄໍາວານວົງສາ, ກໍາມະການພັກ ຫົວໜ້າບັນນາທິການວາລະສານ ອະລຸນໃໝ່, ພ້ອມດ້ວຍບັນດາສະຫາຍຄະນະກົມ, ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກພາຍໃນວາລະສານເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ບຸນທ່ຽງ ພັນນະຈັນ, ກໍາມະການຜູ້ກວດກາໜ່ວຍພັກ, ຮອງຫົວໜ້າບັນນາທິການວາລະສານ ອະລຸນໃໝ່ ໄດ້ຜ່ານບົດສະຫຼຸບລາຍງານການກວດກາປົກກະຕິປະຈໍາປີ 2023 ໂດຍອີງຕາມແຈ້ງການ ສະບັບເລກທີ 02/ກກ, ລົງວັນທີ 03/04/2024 ກ່ຽວກັບການດໍາເນີນການກວດກາປົກກະຕິປະຈຳປີ 2023. ໃນໄລຍະໜຶ່ງປີຜ່ານມາ, ໜ່ວຍພັກວາລະສານ ອະລຸນໃໝ່ ໄດ້ເອົາໃຈໃສ່ສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງ ຮອບດ້ານ. ສະມາຊິກພັກແຕ່ລະສະຫາຍໄດ້ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມກາງສະໄໝ ເປັນຕົ້ນແມ່ນໄລຍະທ້າຍສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໂດຍຕິດພັນກັບການຈັດຕັ້ງປະຕິບັດຕາມ​ໂຄງ​ການ​ທີ 1, ແຜນ​ງານ​ທີ 4 ຂອງ​ແຜນ​ພັດ​ທະ​ນາ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ 5 ປີ (2021-2025) ແລະ ໄລຍະທ້າຍສະໄໜຂອງກອງປະຊຸມໝ່ວຍພັກ ກໍຄືເລັ່ງໃສ່ການປະຕິບັດແຜນພັດທະນາວາລະສານ ອະລຸນໃໝ່ 5 ປີ (2021-2025). ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ກະກຽມຂຶ້ນແຜນ ເພື່ອຜັນຂະຫຍາຍ​ເຊື່ອມ​ຊຶມເອກະສານ, ຄຳແນະນຳ, ແຜນດຳເນີນງານຄຽງຄູ່ກັບການກະກຽມແຕ່ງຕັ້ງຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມໃຫຍ່​ 3 ຂັ້ນຂອງຕົນ ແລະ ກະກຽມດຳເນີນກອງປະຊຸມຂອງໜ່ວຍຮາກຖານອົງການຈັດຕັ້ງມະຫາຊົນໃຫ້ມີຜົນສຳເລັດຕາມຄາດໝາຍ. ນອກຈາກນັ້ນໜ່ວຍພັກວາລະສານໄດ້ຖືສໍາຄັນການເຄົາລົບ ແລະ ຈັດຕັ້ງປະຕິບັດຕາມມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ; ໄດ້ສຶກສາອົບຮົມ, ປຸກລະດົມສະມາຊິກພັກ, ພະນັກງານ​ໃຫ້ມີສະຕິເຄົາລົບ, ປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຫຼັກການອື່ນໆ; ສ້າງຄວາມສາມັກຄີພາຍໃນ, ຍົກສູງສະຕິລະວັງຕົວ, ສະຕິເປັນເຈົ້າຕົນເອງ, ມີຄວາມອຸ່ນອຽນທຸ່ນທ່ຽງປະຕິບັດໜ້າທີ່ວຽກງານ. ສະມາຊິກພັກ, ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງໜ່ວຍພັກ ບໍ່ມີບຸກຄົນໃດ, ສະຫາຍໃດຖືກປະຕິບັດວິໄນ ຫຼື ຖືກດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ສາມາດສ້າງມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ແລະ ໄດ້ຮັບເຂົ້າເປັນສະມາຊິກພັກສຳຮອງ 02 ສະຫາຍ. ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໄດ້ຕັ້ງບັນຫາຂຶ້ນ ເພື່ອແລກປ່ຽນຄິດຄິດເຫັນຢ່າງກົງໄປກົງມາ ແລະ ມີຜົນສໍາເລັດຕາມຄາດໝາຍ.

ໃນຕອນທ້າຍກອງປະຊຸມ ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ເໜັ້ນໜັກບາງບັນຫາ ດັ່ງນີ້:

ໜຶ່ງ, ສະຫາຍໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານທີ່ໜ່ວຍພັກວາລະສານ ອະລຸນໃໝ່ ຍາດມາໄດ້ໃນໄລຍະໜຶ່ງປີຜ່ານມາ ເຊິ່ງໜ່ວຍພັກສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ແລະ ຈັດເປັນໜ່ວຍພັກປອດໃສ ໜັກແໜ້ນ ເຂັ້ມແຂງປະເພດ 1. ນີ້ຖືເປັນການຢັ້ງຢືນໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກ ກໍຄືສະມາຊິກພັກ, ພະນັກງານທຸກສະຫາຍທີ່ມີຄວາມຮັບຜິດຊອບສູງ, ພ້ອມກັນຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ ກໍຄືວຽກງານວິຊາສະເພາະ ແລະ ແຜນງານຂອງໝ່ວຍພັກວາງອອກຢ່າງເຂັ້ມງວດ.

ສອງ, ຄະນະພັກ, ຄະນະນໍາຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພັກ-ພະນັກງານພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ຮອບດ້ານ; ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືການຈັດຕັ້ງແຕ່ລະຂັ້ນ. ມີຄວາມສາມັກຄີເປັນເອກະພາບ ແລະ ຕັ້ງໜ້າສູ້ຊົນປະຕິບັດວຽກງານດ້ານຕ່າງໆໃຫ້ມີຜົນສໍາເລັດຕາມການມອບໝາຍ.

ສາມ, ເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາວຽກງານສື່ເອເລັກໂຕຣນິກໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ; ເປັນຕົ້ນແມ່ນເອົາໃຈໃສ່ໃນການນໍາໃຊ້ລະບົບ E office, ລະບົບ G Chat ແລະ ອື່ນໆເຂົ້າໃນການປະຕິບັດວຽກງານໃຫ້ນັບມື້ຫຼາຍຂຶ້ນ.

ສີ່, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາແຜນງານ, ໜ້າວຽກທີ່ຍັງບໍ່ທັນເຮັດສໍາເລັດ ຫຼືຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຫັນເຂົ້າສູ່ການປະຕິບັດຕົວຈິງໃຫ້ເປັນຮູບປະທໍາ.

ຫ້າ, ເອົາໃຈໃສ່ປັບປຸງວຽກງານວິຊາສະເພາະໃຫ້ມີເນື້ອໃນເລິກເຊິ່ງ, ໜັກແໜ້ນ, ທັນເຫດການ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອຍົກສູງບົດບາດຂອງວາລະສານ ອະລຸນໃໝ່ ໃຫ້ສົມກັບເປັນວາລະສານທິດສະດີ ແລະ ພຶດຕິກໍາຂອງພັກໃຫ້ນັບມື້ມີຄຸນນະພາບໃໝ່.

(ພາບ-ຂ່າວ: ພອນຄໍາ ສີສົມພັນ)