
ໃນວັນທີ 18-19 ສິງຫາ 2026 ທີ່ຜ່ານມາ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກຜູ້ປະຈຳການ ພ້ອມດ້ວຍຄະນະ ລົງເຄື່ອໄຫວວຽກງານຢູ່ແຂວງຫຼວງພະບາງ ເພື່ອເປັນການເກັບກຳຂໍ້ມູນໃຫ້ແກ່ການກະກຽມເນື້ອໃນ ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ-ຈີນ ຄັ້ງທີ XIV ທີ່ຈະຈັດຂຶ້ນຢູ່ ສປ. ຈີນ ພາຍໃຕ້ ຫົວຂໍ້: “ບົດຮຽນການຫັນເປັນຕົວເມືອງ ແລະການຄຸ້ມຄອງຕົວເມືອງ ໃນການສ້າງສັງຄົມນິຍົມ ໃຫ້ຫັນເປັນທັນສະໄໝ, ບົດຮຽນ ຂອງລາວ ແລະຈີນ” ໃນທ້າຍເດືອນພະຈິກ 2026 ນີ້ ໃຫ້ຮັບປະກັນທາງດ້ານເນື້ອໃນ, ຂໍ້ມູນ ເພື່ອເປັນບ່ອນອີງໃນການຂຽນບົດໃນຫົວຂໍ້ຍ່ອຍຕ່າງໆ.
ນອກຈາກນັ້ນຍັງໄດ້ຮັບຟັ່ງບົດລາຍງານໂດຍສັງເຂບ ກ່ຽວກັບວຽກງານການພັດທະນາຕົວເມືອງຂອງແຂວງຫຼວງພະບາງ ໃນໄລຍະຜ່ານມາ.
