ຄອນສະຫວັນ ຄອນ

ບົດຮຽນ “ການທູດໄມ້ໄຜ“ ຂອງສສ ຫວຽດນາມ

ບົດຮຽນ “ການທູດໄມ້ໄຜ“ ຂອງສສ ຫວຽດນາມ     ໃນຕອນເຊົ້າວັນທີ 24 ທັນວາ 2024ໄດ້ຈັດພິທີປາຖະກະຖາບົດຮຽນ“ການທູດໄມ້ໄຜ່“ ຂອງສສ ຫວຽດນາມ ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດປາຖະກະຖາໂດຍ ສະຫາຍ ຟານ ແອັງເຊີນ

ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)​ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ IV (10,11,12/2024)

ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)​ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ IV (10,11,12/2024) ໃນຕອນເຊົ້າຂອງ ວັນທີ 19 ທັນວາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ

ທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລົງ​ເຄື່ອນ​ໄຫວຕິດຕາມ, ຊຸກຍູ້ວຽກງານແນວຄິດ-ຫາງສຽງສັງຄົມ ຢູ່​ແຂວງ​ຫົວພັນ ແລະ ແຂວງຊຽງແຂວງ

ທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລົງ​ເຄື່ອນ​ໄຫວຕິດຕາມ, ຊຸກຍູ້ວຽກງານແນວຄິດ-ຫາງສຽງສັງຄົມ ຢູ່​ແຂວງ​ຫົວພັນ ແລະ ແຂວງຊຽງແຂວງ       ໃນລະຫວ່າງໃນວັນທີ 1-12 ທັນວາ 2024, ທ່ານ​ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ,

ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ

ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໃນຕອນ​ເຊົ້າ​ວັນ​ທີ 12 ທັນວາ​ 2024. ຄະນະຊາວໜຸ່ມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກເຂົ້າຮ່ວມພິທີລະນຶກວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ຢູ່​ທີ່ ຫໍພິພິທະ​ພັນ ໄກສອນ ພົມວິຫານ (ຫຼັກ6) ນຳພາໂດຍ ສະຫາຍ ພຸວຽງ ພົງສະຫວັດດີ ຄະນະບໍລິຫານງານຊາວໜຸ່ມ ຄອສພ ພ້ອມດ້ວຍຄະນະ. ໃນພິທີດ່ັງກ່າວປະກອບມີຫຼາຍພາກສ່ວນເຂົ້າຮ່ວມໃນນັ້ນມີ ນັກຮຽນ, ນັກສຶກສາພາຍໃນນະຄອນຫຼວງວຽງຈັນ, ພະນັກງານທະຫານຕຳຫຼວດ, ພະນັກງານລັດຖະກອນຕະຫຼອດຮອດປະຊາຊົນ. ​          ໃນ​ພິທີ​ໄດ້​ຮັບຟັງການປາຖະກະຖາລະນຶກເລົ່າມູນເຊື້ອຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ພ້ອມ​ນັ້ນຍັງ​ໄດ້​​ເຂົ້າຢ້ຽມຊົມ ທັດສະນະ​ສຶກສາ​ ອານຸສອນສະຖານ ຂອງປະທານໄກສອນ ພົມວິຫານ ​ເພື່ອສ້າງ​ຄວາມ​ຮັບ​ຮູ້ ​ແລະ ຮໍ່າຮຽນເອົາແບບ​ແຜນ​ດຳລົງ​ຊີວິດ​, ພາລະກິດການເຄື່ອນໄຫວ, ອຸດົມ​ການຂອງ​ເພິ່ນທີ່​ມີ​ຕໍ່ປະ ເທດຊາດ, […]

ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ     ໃນວັນທີ 05 ທັນວາ 2024, ທີ່ຫ້ອງປະຊຸມຊັ້ນ5 ຄະນະໂຄສະນາອົບຮົມສູນກາງພັກ ຫ້ອງການ ແລະ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັນຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ  ສະມາຊິກພັກທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຕາງໜ້າເລຂາໜ່ວຍພັກຂື້ນມີຄຳເຫັນຕໍ່ສອງສະຫາຍສະມາຊິກພັກສຳຮອງທີ່ຈະເລື່ອນຂຶ້ນເປັນສະມາຊິກພັກສົມບູນໃນຄັ້ງນີ້ວ່າ: ການສືບຕໍ່ສ້າງພະນັກງານສືບທອດຜູ້ທີ່ມີຕາມມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງ, ການກໍ່ສ້າງສະມາຊິກພັກຜູ້ຫ້າວຫັນແມ່ນແນໃສເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານໃຫ້ເປັນກຳລັງແຮງໜຸ່ມແໜ້ນເພື່ອສືບທອດພາລະກິດຂອງພັກໃນອະນາຄົດ. ຫຼັງຈາກນັ້ນກໍໄດ້ຈັບມືຮັບເອົາ 2 ສະຫາຍສະມາຊິກພັກສົມບູນໃໝ່ເຂົ້າດຳເນີນຊີວິດໜ່ວຍພັກແຕ່ລະກົມຕາມກົດລະບຽບຂອງພັກ. ໃນຕອນທ້າຍພິທີ ສະຫາຍ ສາຄອນ ພົມມະລາດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກພັກໃໝ່ ທັງໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ນີ້ຈົ່ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ຢ່າງເຂັ້ມງວດໂດຍສະເພາະ 11 ຂໍ້ຫ້າມ, ສິດຂອງສະມາຊິກພັກສົມບູນ 11 ຂໍ້, […]

1 11 12 13 14 15 25