ກົມຈັດຕັ້ງ-ພະນັກງານ

ພະນັກງານ ບັນດາກົມພາຍໃນ ຄອສພ ເຄື່ອນໄຫວຢ້ຽມຢາມ ພະນັກງານອາວຸໂສບຳນານ

ພະນັກງານ ບັນດາກົມພາຍໃນ ຄອສພ ເຄື່ອນໄຫວຢ້ຽມຢາມ ພະນັກງານອາວຸໂສບຳນານ               ໃນວັນທີ 17 ພຶດສະພາ 2023, ກົມຈັດຕັ້ງ-ພະນັກງານ ໄດ້ນໍາພາພະນັກງານ ບັນດາກົມພາຍໃນ

ມອບປື້ມເຂົ້າຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ

ມອບປື້ມເຂົ້າຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ ໃນຕອນເຊົ້າວັນທີ 16 ກຸມພາ 2023 ທ່ານ ນ. ກ່າຍ ແກ້ວບົວລະພາ ຫົວໜ້າພະແນກ, ກົມຈັດຕັ້ງ-ພະນັກງານ ພ້ອມດ້ວຍວິຊາການ ໄດ້ມອບປື້ມຈຳນວນ 6 ເຫຼັ້ມ

ພິທີວາງພວງມາມາລາ ເພື່ອໄວ້ອາໄລເຖິງດວງວິນຍານຂອງ ທ່ານ ສຸກສາຄອນ ສິມມາລາວົງ ອະດີດພະນັກງານສັງກັດຢູ່ໜັງສືພິມປະຊາຊົນ ຄອສພ.

    ພິທີວາງພວງມາມາລາ ເພື່ອໄວ້ອາໄລເຖິງດວງວິນຍານຂອງ ທ່ານ ສຸກສາຄອນ ສິມມາລາວົງ ອະດີດພະນັກງານສັງກັດຢູ່ໜັງສືພິມປະຊາຊົນ ຄອສພ.  ໃນຕອນເຊົ້າ ວັນທີ 31 ຕຸລາ 2022 ຕາງໜ້າຄະນະພັກ ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ອານົງສັກ ອິນທະວົງ ກຳມະການພັກ,

ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ” ໃນວັນທີ 16-17 ມີນາ 2022 ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກ ໃນຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

ກົມຈັດຕັ້ງ-ພະນັງການ ຄອສພ ເຂົ້າຮ່ວມສ່ອງແສງລາຍງານວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງແຕ່ລະກະຊວງອົງການ

ກົມຈັດຕັ້ງ-ພະນັງການ ຄອສພ ເຂົ້າຮ່ວມສ່ອງແສງລາຍງານວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງແຕ່ລະກະຊວງອົງການ     ໃນຕອນເຊົ້າວັນທີ 15 ກຸມພາ 2022 ກົມຈັດຕັ້ງ-ພະນັງການ ຄອສພ ເຂົ້າຮ່ວມສ່ອງແສງລາຍງານວຽກງານກໍ່ສ້າງພັກ,

ກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.

ໃນຕອນບ່າຍວັນທີ 24 ພະຈິກ 2021 ທີ່ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໂດຍຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ  ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ຕາງໜ້າ ຄອສພເຂົ້າຮ່ວມແມ່ນ ທ່ານ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມຈັດຕັ້ງພະນັກງານພ້ອມດ້ວຍຄະນະກົມ ແລະ ຫົວໜ້າພະແນກ ເຊິ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຂອງ ຄອສພ.

ພິທີປິດຊຸດຝຶກອົບຮົມວຽກງານກວດກາປະຈໍາປີ 2020.

ພິທີປິດຊຸດຝຶກອົບຮົມວຽກງານກວດ ກາປະຈໍາປີ 2020. ໃນຕອນບ່າຍຂອງ ວັນທີ 14 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 8-14 ທັນວາ 2020; ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ປະທານກວດກາ, ຫົວໜ້າກົມຈັດຕັ້ງ-ພະນັກງານ; ເຂົ້າຮ່ວມມີ: ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 11 ທ່ານ. ໃນພິທີ ທ່ານ ອານົງສັກ ອິນທະວົງ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ຊຸດຝຶກອົບ ເຊິ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ນັກສໍາມະນາກອນທັງໝົດ ທີ່ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ຮໍ່າຮຽນ […]

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບ ຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020.

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020. ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຂົ້າຮ່ວມມີ: ຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ, ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 12 ທ່ານ. ໃນພິທີ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກ່ຽວກັບວຽກງານຕິດຕາມ, ກວດກາ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສາມາດນໍາໄປຄົ້ນຄວ້າ, […]

ການຝຶກຝົນຕົນເອງຫຼໍ່ຫຼອມຕົນເອງໃຫ້ມີ

ຄຸນສົມບັດສິນທຳປະຕິວັດ ແມ່ນມີຄວາມໝາຍສຳຄັນຍີ່ງສຳລັບພະນັກງານ, ສະມາຊິກພັກ, ຜູ້ນຳການປະຕິວັດເຮົາເວົ້າວ່າ :ຄຸນທາດການເມືອງດີປານໃດ, ລະດັບຄວາມຮູ້, ຄວາມສາມາດສູງປານໃດກໍຕາມ, ແຕ່ຖ້າຫາກຂາດຄຸນສົມບັດສິນທຳປະຕິວັດແລ້ວກໍບໍ່ອາດນຳໃຊ້ໄດ້ໃຫ້ເປັນປະໂຽດສຳລັບພັກ, ປະເທດຊາດ ແລະ ປະຊາຊົນໄດ້.

ຕ້ອງເພີ່ມທະວີຄວາມສາມັກຄີ

ເປັນເອກະພາບພາຍໃນພັກ ໃຫ້ໜັກແໜ້ນ, ຕ້ານແນວຄິດຫຼາຍພັກ, ຫຼາຍເຄົ້າ, ເອກະຊົນ, ຈຸ້ມເຈື້ອພັກພວກ, ທ້ອງຖີ່ນ ແລະ ພາກສ່ວນຕົນ ກໍຄືການກະທຳທຸກຢ່າງທີ່ເປັນການແບ່ງແຍກຄວາມເປັນອັນໜື່ງ, ອັນດຽວພາຍໃນພັກ.

ສັບຊ້ອນ ແລະ ນຳໃຊ້ພະນັກງານ

ໃຫ້ຖືກຕ້ອງສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຝຶກຝົນທົດສອບໃນຂະບວນການວຽກງານຕົວຈິງ ແລະມີໂອກສດໄດ້ຍົກສູງຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງຂື້ນເລື້ອຍໆ ປະຕິບັດລະບອບສັບປ່ຽນຄ່ຽນຍ້າຍພະນັກງານ ໃຫ້ໄປຕາມທິດທີ່ຮັບປະກັນ.

ກອງ​ປະຊຸມ​ສະມາຊິກ​ພັກ​ ຄະນະໂຄສະນາອົບຮົມສູນກາງພັກ ເລືອກ ຕັ້ງຜູ້ແທນສົມບູນ ​ແລະ ສຳຮອງ