ກອງປະຊຸມຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ໃນຕອນເຊົ້າວັນທີ 09 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໃຫ້ກຽດເປັນປະທານ ແລະ ບັນຍາຍໂດຍສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ

ເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ແລະ ເປັນຫົວໜ້າຄະນະຮັບຜິດຊອບການຄົ້ນຄ້ວາແນວຄິດ ໄກສອນ ພົມວິຫານເຂົ້າຮ່ວມມີ: ບັນດາສະຫາຍຮອງເລຂາຄະນະພັກຂອງບັນດາກະຊວງ, ອົງການ, ນະຄອນຫຼວງ, ແຂວງບໍລິຄຳໄຊ, ແຂວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ, ຮອງກົມ ແລະ ຂະແໜງການຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ໄດ້ກຳນົດວ່າ: “ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນຳໜ້າ, ລັກສະນະສຶກສາອົບຮົມ ແລະ ຕໍ່ສູ້ຂອງຊົນຊັ້ນກຳມະກອນ”, ເຊິ່ງເປັນຂິດໝາຍສຳຄັນຕໍ່ວຽກງານແນວຄິດ, ທິດສະດີຂອງພັກໃນໄລຍະໃໝ່ ແລະ ເພື່ອເຮັດໃຫ້ເນື້ອໃນຈິດໃຈດັ່ງກ່າວເກີດເປັນຈິງ ແລະ ເຮັດໃຫ້ການຄົ້ນຄວ້າແນວຄິດດັ່ງກ່າວກາຍເປັນໜ້າທີ່ຂອງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ແລະ ມີຄວາມເປັນເອກະພາບພ້ອມກັນຈັດຕັ້ງປະຕິບັດ.

ໃນກອງປະຊຸມປະທານກອງປະຊຸມສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດໃຫ້ກຽດເຜີຍແຜ່ 2 ເອກະສານຄື:

  1. ມະຕິກົມການເມືອງສູນກາງພັກສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງມະຕິດັ່ງກ່າວໄດ້ຍົກໃຫ້ເຫັນ 3 ບັນຫາຄື:
  • ຄວາມຈຳເປັນພາວະວິໄສແຫ່ງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.
  • ທັດສະນະຊີ້ນຳອັນເປັນພື້ນຖານໃນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.
  • ວຽກງານຈຸດສຸມ ແລະ ວິທີຈັດຕັ້ງປະຕິບັດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.
  1. ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 063/ກມສພ, ລົງວັນທີ 12 ມີນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງປະກອບມີ:
  • ຄະນະຮັບຜິດຊອບໃນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.
  • ຄະນະກວດແກ້, ຮຽບຮຽງ ແລະ ກວດຜ່ານ.
  • ກອງເລຂາຮັບຜິດຊອບປະສານງານໃນການຄົ້ນຄວ້າ.

ຫຼັງຈາກນັ້ນ ສະຫາຍ ຮສ.ປອ ທອງສະລິດ ທັງໜໍ່ເມກ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ຮອງປະທານສະພາວິທະຍາສາດສັງຄົມແຫ່ງຊາດໄດ້ໃຫ້ກຽດເຜີຍແຜ່ 2 ເອກະສານຄື: 1. ຄຳແນະນຳສະບັບເລກທີ    12/ສພວສ, ລົງວັນທີ 23 ພຶດສາພາ 2019 ກ່ຽວກັບການຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ. 2. ແຜນການຄົ້ນຄວ້າແນວຄິດປະທານ ໄກສອນ ພົມວິຫານແຕ່ປີ 2019-2020.

ໃນຕອນທ້າຍພິທີດັ່ງກ່າວສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ເນັ້ນວ່າ: ຜ່ານການຮັບຟັງການເຜີຍແຜ່ຄັ້ງນີ້ແລ້ວບັນດາສະຫາຍຈະໄດ້ພ້ອມກັນຄົ້ນຄວ້າເຊື່ອມຊືມ, ກໍາແໜ້ນ ແລະ ນໍາໄປເຜີຍແຜ່ໃຫ້ແກ່ ຄະນະພັກ ຄະນະນໍາແຕ່ລະຂັ້ນ, ສະມາຊິກພັກພະນັກງານ-ລັດຖະກອນຕະຫຼອດຮອດປະຊາຊົນໃຫ້ເຂົ້າໃຈຍົກສູງສະຕິຊາດ, ສຸມໃສ່ປະຕິບັດໜ້າທີ່ວຽກງານ ແລະ ມີສ່ວນຮ່ວມເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ມີຄວາມອຸ່ນອ່ຽງທຸນທ່ຽງທາງດ້ານການເມືອງ, ມີແບບແຜນເຮັດວຽກແບບປະຊາທິປະໄຕປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ປັບປຸງທາງດ້ານແນວຄິດ, ປັບປຸງອົງການຈັດຕັ້ງໃຫ້ແທດເໝາະກັບໜ້າທີ່ວຽກງານໃນໄລຍະໃໝ່ ແລະ ປະກອບສ່ວນເຮັດໃຫ້ວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສຳເລັດຜົນຕາມການມອບໝາຍຂອງພັກ.