ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ

      ໃນວັນທີ 3 ສິງຫາ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ​ເປີດຊຸດຮຽນທິດ​ສະ​ດີການ​ເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວເປີດໂດຍ  ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້້າຮ່ວມມີ: ສະຫາຍ ດາວສະຫວັນ  ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຄະນະບໍລິຫານງານພັກ, ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ  ບັນດາສະຫາຍຫົວໜ້າກົມ, ທຽບເທົ່າກົມ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ.

        ໃນພິທີ ສະຫາຍ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານ 3 ເອກະສານຄື: ຂໍ້ຕົກລົງຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ແກ່ສະມາຊິກພັກ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ; ແຜນການໂຄງການຫຼັກສູດ ແລະ ລະບຽບການຂອງຊຸດຮຽນ  ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານເຂົ້າຮ່ວມຝຶກອົບຮົມທິດສະດີການຂັ້ນຕົ້ນ ຊຸດທີ I ລະບົບ 3 ເດືອນຢູ່ຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງມີທັງໝົດ 34 ທ່ານ,ຍິງ 17ທ່ານ.

        ໃນໂອກາດທີ່ມີຄວາມຫມາຍ ສໍາຄັນດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະຫາຍ ຄະນະປະຈໍາພັກ, ຄະນະຮັບຜິດຊອບກະກຽມຊຸດຝຶກອົບຮົມທີ່ໄດ້ປະສານສົມທົບກັບ ກົມຄຸ້ມຄອງການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄູອາຈານ ທີ່ສາມາດເປີດຊຸດຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຂຶ້ນຢ່າງເປັນທາງການ. ພ້ອມນັ້ນການຮໍ່າຮຽນທິດສະດີການເມືອງຂັ້ນຕົ້ນຊຸດນີ້ ເປົ້າໝາຍເຂົ້າຮຽນເປັນພະນັກງານນຳພາຫຼັກແຫຼ່ງທີ່ນອນຢູ່ໃນແຜນກຳນົດພະນັກງານ-ຄຸ້ມຄອງ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ; ດັ່ງນັ້ນນັກຝຶກອົບຮົມຈະໄດ້ຄົ້ນຄວ້າກຳແໜ້ນ ທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ ແລະ ບັນດານິຕິກຳຕ່າງໆ ຂອງສູນກາງພັກເປັນສຳຄັນ ແລະ ຕົ້ນຕໍ. ດ້ວຍໜ້າທີ່ອັນສໍາຄັນດັ່ງກ່າວນັ້ນ, ພວກເຮົາຕ້ອງເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນ, ບັນຫາຕ່າງໆ ຂອງຊຸດຝຶກອົບຮົມໃຫ້ເລິກເຊິ່ງ ເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນປະຕິວັດ ແລະ ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ທຸກປະການ.