ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າາຄະນະໂຄສະນາອົບຮົມສູນກາງພັກ, ພ້ອມຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ.

ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າາຄະນະໂຄສະນາອົບຮົມສູນກາງພັກ, ພ້ອມຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ.

   ໃນວັນທີ 12-15 ຕຸລາ 2019 ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຮັດວຽກ

ພົບປະໂອ້ລົມກັບພະນັກງານການນຳຂັ້ນຕ່າງໆຂອງຄະນະໂຄສະນາອົບຮົມແຂວງ, ໂດຍມີທ່ານ ບົວໄລ ຊາພັກດີກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໃຫ້ການຕ້ອນຮັບ ແລະ  ລາຍງານສະພາບລວມຂອງ ວຽກງານ ການເມືອງ-ແນວຄິດ, ການປົກປັກຮັກສາ ແລະ ສ້າງສາພັດທະນາ, ສະຖຽນລະພາບທາງດ້ານການເມືອງ, ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ຂອງແຂວງ ພ້ອມນັ້ນ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ພ້ອມຄະນະກໍ່ໄດ້ເຂົ້າພົບປະເຮັດວຽກນຳ ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ແລະ ຕອນບ່າຍຂອງວັນດຽວກັນນີ້ກໍ່ໄດ້ເຂົ້າຮ່ວມເປັນປະທານ ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຍົກສູງຄຸນນະພາບຂອງວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.

ເປັນກຽດເຂົ້າຮ່ວມຂອງທ່ານ ນິພອນ ວຽງປະເສິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກມີບັນດາຄະນະປະຈໍາແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກຫ້ອງການອ້ອມຂ້າງແຂວງ ແລະ ພະນັກງານນໍາພາຄຸ້ມຄອງພາຍໃນແຂວງຈຳປາສັກ ເຂົ້າຮ່ວມຮັບຟັງທັງໝົດ 480 ທ່ານ, ຍິງ 178 ທ່ານ. ໃນກອງປະຊຸມ ທ່ານ ສີປະເສິດ ແສນສະຫວັດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ແລະ ແລກປ່ຽນຄຳຄິດຄຳເຫັນກັບບັນດາສະຫາຍ ຜູ້ທີ່ເຮັດວຽກງານ ການເມືອງ-ແນວຄິດ ພາຍໃນແຂວງເພື່ອພ້ອມກັນ ຍົກສູງຄຸນນະພາບຂອງວຽກງານການເມືອງແນວຄິດໃນໄລຍະໃໝ່ ເຊິ່ງ ທ່ານ ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການນຳພາພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ນັບແຕ່ມື້ກຳເນີດເກີດຂຶ້ນມາແມ່ນໄດ້ຖືເອົາວຽກງານ ການເມືອງ-ແນວຄິດ ເປັນກົກ ແລະ  ເປັນວຽກງານແຖວໜ້າໃນການເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ເພື່ອເຊີດຊູ ລັກສະນະນຳໜ້າ ແລະ ຄວາມເປັນແບບຢ່າງຂອງພັກ ເວົ້າລວມເວົ້າສະເພາະ ກໍ່ແມ່ນວຽກງານໂຄສະນາອົບຮົມຂອງພວກເຮົາເຊິ່ງ ຍາມໃດພັກເຮົາກໍ່ຖືເປັນບັນຫາສຳຄັນໂດຍເລັ່ງໃສ່ການກໍ່ສ້າງພັກ-ພະນັກງານ ທາງດ້ານແນວຄິດ, ທິດສະດີ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອເປັນຄວາມຮູ້ພື້ນຖານໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ ໄດ້ຄົ້ນຄວ້າເຊື່ອມຊືມ ແລະ ກຳແໜ້ນ ສາມາດຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ເປັນຮູບປະທຳຕົວຈິງ ໃນຂະບວນການເຮັດວຽກງານການເມືອງ-ແນວຄິດ ທີ່ເຕັມໄປດ້ວຍຫຼາຍຮູບ, ຫຼາຍສີ, ຫຼາຍວິທີທັງສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກເຮົາ.

ໃນຕອນທ້າຍກອງປະຊຸມ ຄະນະນໍາຈາກສູນກາງ ໄດ້ມອບເຄື່ອງຄອມພີວເຕີ 1 ຊຸດ ແລະ  ປິ່ນເຕີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ ໜື່ງຄາບຈຶ່ງອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.