ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ເມືອງວັງວຽງ, ແຂວງວຽງຈັນ.

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ.

             ໃນວັນທີ 2-3 ຕຸລາ 2023 ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ ຈໍານວນ 43 ສະຫາຍ, ຍິງ 23 ສະຫາຍ, ນໍາພາໂດຍ ຄູອາຈານ ຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະຮັບຜິດຊອບຊຸດຮຽນ ຂອງຄະນະໂຄສະນາອົບຮົມສູນກາງພັກ.

                 ໃນການໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກຄະນະໂຄສະນາອົບຮົມເມືອງວັງວຽງ ແລະ ຄະນະນຳຂອງບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ.

            ໃນພິທີ ໄດ້ຮັບຟັງການລາຍງານວຽກງານພັດທະນາເສດຖະກິດສັງຄົມ, ວຽກງານການເມືອງແນວຄິດ ແລະ ການເຮັດວຽກງານໂຄສະນາອົບຮົມ ຂອງເມືອງວັງວຽງ ໂດຍການໃຫ້ກຽດເປັນປະທານຮ່ວມຊອງ ທ່ານ ບຸນມາ ນາມວິໄລ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການເມືອງວັງວຽງ, ທ່ານ ແອໂລ ສຸດທະລິດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງວັງວຽງ, ອາຈານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.

           ພ້ອມນັ້ນຍັງໄດ້ຮັບຟັງລາຍງານ ການຊີ້ນຳ-ນຳພາ, ການຄຸ້ມຄອງ ແລະ ການບໍລິຫານກ່ຽວກັບການທ່ອງທ່ຽວຖ້ຳປູຄຳຂອງບ້ານນາທອງ ໂດຍ ທ່ານ ທອງດຳ ພິມມະສອນ ເລຂາພັກບ້ານ, ນາຍບ້ານ ບ້ານນາທອງ, ໃນໂອກາດດັ່ງກ່າວ ບັນດານັກສຶກສາທິດສະດີຂັ້ນຕົ້ນ ໄດ້ແລກປ່ຽນສົນທະນາ, ພ້ອມມີບາງຄວາມຄິດເຫັນເຈາະຈີ້ມ ເປັນຕົ້ນສະພາບການເຄື່ອນໄຫວວຽກງານເສດຖະກິດ-ສັງຄົມ, ວຽກງານການເມືອງ-ແນວຄິດຂອງເມືອງວັງວຽງ, ວຽກງານໂຄສະນາອົບຮົມ ແລະ ການຄຸ້ມຄອງເສດຖະກິດຂອງບ້ານນາທອງ.

         ພາຍຫຼັງສຳເລັດການພົບປະແລກປ່ຽນ ໄດ້ເດີນທາງໄປທ່ຽວຊົມສະຖານທີ່ທ່ອງທ່ຽວຖໍ້າປູຄໍາ, ພູຜາຈຳປາລາວ, ອ່າງຫຼວງ ແລະ ວັງວຽງອີນເຕີປາກ, ຖ້ຳນອນ, ຖ້ຳນາງຟ້າ ແລະ ຖ້ຳລົມ ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ສວຍງາມ ແລະ ຂື້ນຊື່ຂອງເມືອງວັງວຽງ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມີຄວາມນິຍົມໃນການທ່ອງທ່ຽວ ເຊີ່ງມີກິດຈະກຳຫຼາກຫຼາຍ ເຊັ່ນ: ເຂົ້າຊົມຖໍ້າ, ກິດຈະກຳລ່ອງກົງເບັງເຂົ້າໃນຖ້ຳ້, ພາຍເຮືອກາຍັກ, ກິດຈະກຳຂີ່ສະລິງ ແລະ ອື່ນໆ. ຫຼັງຈາກນັ້ນ ກໍ່ໄດ້ເດີນທາງກັບສູ່ນະຄອນ ຫຼວງວຽງຈັນດ້ວຍຄວາມສະຫວັດດີພາບ.

ຂ່າວ: ກົງເພັດ, ພາບ: ຕາດຳ