ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄະນະໂຄ ສະນາອົບຮົມສູນກາງພັກໄປທັດສະນະຢູ່ ພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ.


ໃນວັນທີ 20 ກັນຍາ 2023 ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປທັດສະນະຢູ່ ພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ ເຊິ່ງນໍາພາໂດຍ ຄະນະຮັບຜິດຊອບ ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ຄະນະ   ຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄອສພ ແລະ ນັກສຶກສາ ຈໍານວນ 34 ສະຫາຍ, ຍິງ 17 ສະຫາຍ.

ໃນໂອກາດດັ່ງກ່າວ ບັນດານັກສຶກສາໄດ້ເຂົ້າສະແດງຄວາມຂໍ່ານັບຕໍ່ໜ້າຮູບປັ້ນທ່ານ ໄກສອນ ພົມວິຫານ ແລະ ຮັບຟັງການບັນຍາຍຜົນງານການເຄື່ອນໄຫວປະຕິ ວັດ, ແບບແຜນດຳລົງຊີວິດ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິ ວັດຢ່າງເດັດຂາດ ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ພິລະອາດຫານ, ເດັດດ່ຽວໜ້ຽວແໜ້ນ ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ມີຄວາມສາມັກຄີຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງຈັງ ແລະ ຈິງໃຈ, ມີແບບແຜນການດຳລົງຊີວິດຢ່າງຊື່ສັດສຸດຈະລິດ ແລະ ລຽບງ່າຍ; ເປັນນັກປັນຍາຊົນຜູ້ຍິ່ງໃຫຍ່, ມີຄວາມມານະອົດທົນ, ມີທັດສະນະຫຼັກໝັ້ນ ແລະ ນ້ຳໃຈຮັກຊາດທີ່ດູດດື່ມ, ມີຈິດໃຈຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈເສຍສະລະອັນສູງສົ່ງເພື່ອປະເທດຊາດ ແລະ ປະຊາຊົນ; ທ່ານເປັນນັກປະຕິວັດ, ເປັນນັກຮັກຊາດທີ່ແທ້ຈິງ ແລະ ເປັນໜຶ່ງໃນຜູ້ນຳທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າໃນຕະຫຼອດຊີວິດຂອງເພິ່ນ ບໍ່ວ່າຈະຢູ່ໃນຕຳແໜ່ງໃດໃນຄວາມຮັບຜິດຊອບອັນໃດ ເພິ່ນກໍໄດ້ອຸທິດເຫື່ອແຮງໝົດຈິດໝົດໃຈດ້ວຍຫົວຄິດປະດິດສ້າງຂອງຕົນເອງໃຫ້ ແກ່ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທັງໝົດນັ້ນໄດ້ສະທ້ອນໃຫ້ພວກເຮົາ ຈົ່ງພ້ອມກັນຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີ ຂອງ ປະທານໄກສອນ ພົມວິຫານ ເຂົ້້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບສູງ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ຍັງໄດ້ໄປທັດສະນະຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ ໃຫ້ການຕ້ອນຮັບພ້ອມທັງຂຶ້ນນໍາສະເໜີສະພາບຫຍໍ້ກ່ຽວກັບ ສມປຊ, ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນໄລ ຍະຜ່ານມາ ແລະ ທິດທາງແຜນການພັດທະນາຫຼັກສູດການຮຽນການສອນໃນຕໍ່ໜ້າຫຼັງຈາກນັ້ນໄດ້ຢ້ຽມຊົມຫໍສະໝຸດຂອງ ສມປຊ ຕື່ມອີກ.