70 ປີແຫ່ງການນຳພາຂອງພັກທີ່ມີກຽດສະຫງ່າ!
ຕະຫຼອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາ ພາລະກິດປະຕິວັດຢູ່ປະເທດ ເຮົາ, ພັກປະຊາຊົນປະຕິວັດ ລາວ ໄດ້ ປະ ເຊີນ ກັບ ການ ທົດ ສອບ ອັນ ຂ້ຽວຂາດ ໃນ ປະຫວັດສາດຂອງຊາດ ຜ່ານຜ່າໄລຍະການຕໍ່ສູ້ກູ້ຊາດ, ການ ຟື້ນຟູເສດຖະກິດ-ສັງຄົມ ໃນ ໄລຍະຮຳບາດແຜສົງຄາມ; ປັດຈຸບັນ, ກຳລັງດຳເນີນການ ປ່ຽນແປງໃໝ່ຮອບດ້ານ ທີ່ມີ ຫຼັກການຂອງພັກແຕ່ກໍຍັງປະເຊີນກັບສະພາບແວດລ້ອມສາກົນ, ແລະ ພາກພື້ນ ທີ່ຍັງສືບຕໍ່ຜັນ ແປໄປຢ່າງໄວວາສັບສົນ, ຄາດ ຄະເນໄດ້ຍາກ ຊຶ່ງພັກເຮົາຕ້ອງ ເພີ່ມທະວີຄວາມສາມາດນໍາພາ ແລະ ການກຳອຳນາດຂອງພັກ.
“70 ປີ ພາຍໃຕ້ການນໍາພາຂອງ ພັກທີ່ມີກຽດສະຫງ່າ” ໃນເງື່ອນໄຂໃໝ່ ທີ່ສະພາບແວດລ້ອມສາກົນ ແລະ ພາກພື້ນ ສືບຕໍ່ຜັນແປໄປ ຢ່າງໄວວາສັບສົນ, ຄາດຄະເນໄດ້ຍາກນັ້ນ ພາລະກິດ ແຫ່ງການສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນ ສ້າງປະຖົມປັດໄຈເພື່ອກ້າວຂຶ້ນ ຕາມເສັ້ນທາງສັງຄົມນິຍົມຢ່າງ ໜັກແໜ້ນ ເລັ່ງທວງໃຫ້ພັກ ເຮົາຕ້ອງເພີ່ມທະວີຄວາມສາ ມາດນໍາພາ ແລະ ກຳອຳນາດຂອງພັກ. ສະນັ້ນ, ການທົບທວນຄືນ, ການຄົ້ນຄວ້າເຊື່ອມຊຶມກຳແໜ້ນມູນເຊື້ອການນໍາພາຂອງພັກ ຈຶ່ງເປັນຄວາມຈຳເປັນພາວະວິໄສ ແລະ ຮີບດ່ວນກວ່າເວລາໃດໝົດ.
ພັກເຮົາຕ້ອງຄົ້ນຄວ້າເຫັນບັນດາທັດສະນະໃຫຍ່ໆ, ແນວທາງ ອັນເປັນພື້ນຖານຂອງພັກຕໍ່ກັບແຕ່ລະຂົງເຂດ, ຖອດຖອນບົດຮຽນແຫ່ງການນໍາພາຕະຫຼອດໄລຍະ 70 ປີຜ່ານມາ ເປັນສິ່ງສຳຄັນເພື່ອແນໃສ່ສ້າງພື້ນຖານດ້ານທິດ ສະດີ ແລະ ພຶດຕິກ ຳ ໃຫ້ການ ກຳນົດແນວທາງຂອງພັກ, ການ ປັບປຸງກໍ່ສ້າງພັກ ເພື່ອຍົກສູງ ບົດບາດການນໍາພາຂອງພັກໃນ ເງື່ອນໄຂໃໝ່.
ສັງລວມ ແລ້ວ ເຫັນ ວ່າ: ການສະເຫຼີມສະຫຼອງ ວັນ ສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້ເປັນການ ທົບທວນຄືນ, ຄົ້ນຄວ້າເຊື່ອມ ຊຶມກ ຳແໜ້ນມູນເຊື້ອການນໍາ ພາຂອງພັກ ຈຶ່ງເປັນຄວາມຈຳ ເປັນພາວະວິໄສ ເພື່ອເຮັດໃຫ້ ພວກເຮົາໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນຍິ່ງໃຫຍ່ ແຫ່ງການນໍາພາຂອງພັກນໍາເອົາແນວທາງ ທີ່ໄດ້ຜ່ານການຄົ້ນຄວ້າວິທະຍາສາດ ແລະ ຮັບປະກັນຖືກຕ້ອງນັ້ນໄປໝູນໃຊ້ເຂົ້າໃນພຶດຕິກ ຳຕົວຈິງ ປັບປຸງປົວແປງ ເພື່ອເພີ່ມທະວີ ຄວາມສາມາດນໍາພາ ແລະ ກຳອຳນາດຂອງພັກໃຫ້ໝັ້ນຄົງຕະຫຼອດໄປ.
ຮູບ: ໜັງສືພິມປຊຊ