ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022
ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022 ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2023 ຄະນະກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ນຳພາໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ປະທານກວດກາຄະນະພັກ,
ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.
ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີທີຈະມາເຖິງນີ້, ຂ້າພະເຈົ້າຂໍສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ພັກເຮົາໄດ້ເປັນແກນນໍາພັກໃນການວາງແນວທາງອັນຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະຫຍາຍຕົວ ແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບ ໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນອັນໄດ້ເຮັດໃຫ້ຊື່ສຽງ ແລະ ບົດບາດສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ. ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ […]

ວຽກງານກວດກາຂອງພັກ ແມ່ນການເຄື່ອນໄຫວຊອກຮູ້, ສັງເກດ, ຕີລາຄາ, ສັງລວມດ້ານດີ, ດ້ານອ່ອນ ໃນຄວາມຮັບຮູ້, ໃນການເຄື່ອນໄຫວຂອງການຈັດຕັ້ງພັກ ແລະຖັນແຖວສະມາຊິກພັກ ເພື່ອ ແນໃສ່ສົ່ງເສີມບົດບາດການນຳພາຂອງພັກ, ກໍ່ສ້າງພາຍໃນພັກໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ. ວຽກງານກວດກາຂອງພັກ ເວົ້າລວມແລ້ວ ແມ່ນການກວດກາ “ວຽກ” ແລະ ກວດກາ “ຄົນ”.

ການຕິດຕາມທາງອ້ອມ: ແມ່ນການຕິດຕາມ ຜ່ານການຄົ້ນຄວ້າບົດລາຍງານ, ບົດ ສະຫຼຸບ, ບົດບັນທຶກ, ມະຕິ ແລະ ເອກະສານຕ່າງໆ ຂອງຄະນະພັກຂັ້ນລຸ່ມ; ຕິດຕາມຜ່ານຫາງສຽງ ຂອງມະຫາຊົນ, ສື່ມວນຊົນ, ອົງການຈັດຕັ້ງຕ່າງໆ ລວມທັງການຈັດຕັ້ງສັງຄົມ, ຄຳຮ້ອງຟ້ອງ-ຮ້ອງທຸກ ແລະ ຄຳສະເໜີ.

ກວດກາກະທັນຫັນ (ບັງເອີນ ຫຼື ຕາມຄໍາສັ່ງ): ແມ່ນການກວດກາ ຕາມປະກົດການ ທີ່ເກີດຂຶ້ນ, ມີການລະເມີດຂອງການຈັດຕັ້ງພັກ ແລະ ບຸກຄົນສະມາຊິກພັກ. ຮູບການກວດການີ້ ແມ່ນ ແນໃສ່ພິຈາລະນາແກ້ໄຂກໍລະນີວຽກງານຕົວຈິງທີ່ຮີບດ່ວນ ເຊີ່ງເນື້ອໃນກວດກາຈະລົງເລີກບັນຫາໃດ ໜຶ່ງ ແລະ ເປົ້າໝາຍໃດໜຶ່ງ ທີ່ມີການລະເມີດ ຫຼື ວຽກງານໃດໜຶ່ງທີ່ຕ້ອງການສະຫຼຸບ ຕີລາຄາຢ່າງຮີບ ດ່ວນ.