ຄອນສະຫວັນ ເນົາວະລັງສີ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປູກຈິດສໍານຶກໃຫ້ທຸກໆຊັ້ນຄົນໃນສັງຄົມເຫັນໄດ້ຄວາມສໍາຄັນ ຂອງປ່າໄມ້ ພ້ອມກັນປົກປັກຮັກສາຕົ້ນໄມ້ໃຫ້ເປັນປ່າ, ໃນຕອນເຊົ້າວັນທີ 31 ພຶດສະພາ 2024 ຢູ່ທີ່ສູນຝຶກອົບຮົມຄົບວົງຈອນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ເຂດບ້ານຫ້ວຍຍາງ ດົງໝາກຄາຍ) ໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂສະນາອົບຮົມສູນກາງພັກ ມີບັນດາຄະນະປະຈຳພັກ, ກໍາມະການພັກ, ຫົວໜ້າກົມ ພ້ອມດ້ວຍພະນັກງານບັນດາກົມ ອ້ອມຂ້າງ ຄອສພ ເຂົ້າຮ່ວມ. ກິດຈະກໍາປູກຕົ້ນໄມ້ ຂອງ ຄອສພ ເປັນການປະກອບສ່ວນ ເຂົ້າໃນການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ກໍານົດວ່າ: ຮອດປີ 2025 ຕ້ອງສູ້ຊົນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ຫຼາຍກວ່າ 70% ຂອງເນື້ອທີ່ປ່າທົ່ວປະເທດ, ທັງເປັນການປູກຈິດສໍານຶກໃຫ້ສັງຄົມຖືການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາທໍາມະຊາດ, ຮັກສາລະບົບນິເວດວິທະຍາ, ສະກັດກັ້ນມົນລະພິດ ແລະ ເພື່ອເຮັດໃຫ້ພະນັກງານລັດຖະກອນຮູ້ປົກປັກຮັກສາ, ອານຸລັກ, […]

ອົບຮົມວຽກງານ 3 ສ້າງ ແລະ ຊາຍແດນໃຫ້ແກ່ເລຂາໜ່ວຍ ພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື

   ອົບຮົມວຽກງານ 3 ສ້າງ ແລະ ຊາຍແດນ ໃຫ້ແກ່ເລຂາໜ່ວຍ ພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ກຸ່ມບ້ານສົມບູນ ເມືອງພູວົງ ແຂວງອັດຕະປື  ໂດຍ: ສີ​ວອນ ຈັນ​ສຸລີ ໃນວັນທີ 21-23 ພຶດສະພາ 2024 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງພູວົງ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ​ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ກຸ່ມບ້ານສົມບູນ ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ; ຫົວໜ້າໜ່ວຍງານ ທີ່ມາຈາກ 4 ບ້ານ ແລະ ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານສົມບູນ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສີທົນ ຊາວພູວົງ ຮອງເລຂາພັກເມືອງ ເມືອງພູວົງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ສະຫາຍ ຄຳກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄອນສະຫງ່າ ພິມມະສອນ ກໍາມະການພັກແຂວງ […]

ກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້:“ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ”

ກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນຜົນການຄົ້ນຄວ້າໂຄງການຄົ້ນຄວ້າ ລະດັບຊາດ ພາຍໃນຫົວຂໍ້:“ການສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ ສປປ ລາວ”     ໃນວັນທີ 27 ພຶດສະພາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສຳນັກງານສະພາທິດສະດີສູນກາງພັກ (ຫຼັກ 06)ສະພາທິດສະດີສູນກາງພັກ ໄດ້ເປີດກອງປະຊຸມວິທະຍາສາດ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.     ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ແລະ ແຜນປະຈຳປີ 2024.

ກົມກວດກາຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023 ແລະ ວາງແຜນການປະຈຳປີ 2024. ໃນຕອນເຊົ້າ ວັນທີ 23 ພຶດສະພາ 2024 ຢູ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2023 ແລະ ວາງແຜນການປະຈຳປີ 2024

1 2 3 4 5 6 78