ຄອນສະຫວັນ ເນົາວະລັງສີ

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020).

ຄະນະບໍລິຫານງານສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກສ້າງ ຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20/07/1955-20/07/2020). ໃນຕອນບ່າຍວັນທີ 17 ກໍລະກົດ 2020 ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງຂອງຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີແຂ່ງຂັນກິລາບານເຕະຍິງ-ຊາຍ ແລະ ອາວຸໂສ ຢູ່ທີ່ເດີນເຕະບານຫຍ້າທຽມ ມຊ, ຂ້າງໂຮງຮຽນມັດທະຍົມສາທິດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ,ໂດຍໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີ ໂດຍທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ເຂົ້າຮ່ວມມີ: 3ອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ສະມາຊິກກຳມະບານບັນດາກົມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຕາງໜ້າໃຫ້ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກ່າວເປີດພິທີເພື່ອຂຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ແລະ ກອງປະຊຸມໃຫຍ່ກຳມະບານທີ່ຈະມາເຖີງໃນໄວໆນີ້, ທັງເປັນການສ້າງໂອກາດໃຫ້ຊາວໜຸ່ມ, ແມ່ຍິງ, ກຳມະບານທົ່ວ ຄອສພ ໄດ້ແລກປ່ຽນບົດຮຽນ,ສ້າງຄວາມສາມັກຄີດ້ວຍການຫຼິ້ນກິລາ ເຮັດໃຫ້ມີສຸຂະພາບແຂງແຮງ ແລະ ສ້າງມິດຕະພາບ. ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ມີນ້ຳໃຈນັກກິລາ, […]

ພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019

ພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019      ຕອນເຊົ້າວັນທີ 13 ກໍລະກົດ 2020 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຍ້ອງຍໍຜົນງານດີເດັ່ນປະຈຳປີ 2019 ຂື້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6).

ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນ….

ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນການຕ້ອນຮັບການກະກຽມກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກດ້ວຍການຫຼີ້ນກິລາເຕະບານ ໃນຕອນແລງວັນທີ 9 ກໍລະກົດ 2020 ຜ່ານມາທີ່ເດີນບານເຕະສີໄທ ບ້ານພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ,  ໄດ້ຈັດການ​ແຂ່ງຂັນ​ເຕະບານ​ມິດຕະພາບ ລະຫວ່າງ ນັກກິລາຊາຍ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກອງບັນຊາການປ້ອງກັນສູນກາງ ເພື່ອເປັນການສ້າງຄວາມ​ສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນທັງເປັນການ​ພັດທະນາ​ຮ່າງກາຍ​ໃຫ້​ມີ​ຄວາມ​ອຸດົມສົມບູນ, ມີອາລົມ​ຈິດທີ່ດີ ແລະ ມີສຸຂະພາບແຂງແຮງ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ວຽກງານ​ວິຊາ​ສະເພາະ​ໃຫ້​ໄດ້​ຮັບ​ໝາກຜົນ, ມີ​ຄຸນ​ນະ​ພາບ ແລະ ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່ວາງ​ໄວ້.

ກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ ຄະນະພັກຂອງ ກະຊວງ-ອົງການ ຂັ້ນສູນກາງ.

ກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກໃຫ້ແກ່ ຄະນະພັກຂອງ ກະຊວງ-ອົງການ ຂັ້ນສູນກາງ.       ໃນວັນທີ 09 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ສາມມະຕິຂອງກົມການເມືອງສູນກາງພັກ ໃຫ້ແກ່ຄະນະພັກຂອງ ກະຊວງ-ອົງການຂັ້ນສູນກາງ

1 69 70 71 72 73 78