ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະການສ້າງບ້ານພັດທະນາ (ກຸ່ມບ້ານຫ້ວຍໄລ່ ເມືອງງາແຂວງອຸດົມໄຊ).

ອົບຮົມຄວາມຮູ້ພື້ນຖານດ້ານການເມືອງການປົກຄອງ

ແລະການສ້າງບ້ານພັດທະນາ (ກຸ່ມ​ບ້ານ​ຫ້ວຍ​ໄລ່ເມືອງງາແຂວງອຸດົມໄຊ).

    ໃນລະຫວ່າງວັນທີ 8-9 ກໍລະກົດ 2020 ກົມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ  ໄດ້​ລົງສົມ​ທົ​ບ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ອຸ​ດົມ​ໄຊ ແລະ ຄະນະໂຄສະນາອົບຮົມເມືອງງາ ​ຈັດ​ຕັ້ງການ​ອົບ​ຮົມ​ຄວາມ​ຮູ້​ພື້ນ​ຖານ​ດ້ານ​ການ​ເມືອງ-ການ​ປົກ​ຄອງ ແລະ ການ​ສ້າງ​ບ້ານ​ພັດ​ທະ​ນາ​ຂຶ້ນ​ຢູ່​ທີ່ຈຸດ​ສຸ່ມ​ກຸ່ມ​ບ້ານ​ຫ້ວຍ​ໄລ່ຊຶ່ງແມ່ນໜຶ່ງໃນ 9 ຈຸດສຸມຂອງເມືອງງາ ແລະ ເປັນເມືອງທຸກຍາກກວ່າໝູ່ຂອງແຂວງອຸດົມໄຊ. ຊຸດອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານຫ້ວຍໄລ່ ໂດຍການເປັນປະທານ ແລະ ກ່າວ​ເປີດ​ຊຸດ​ອົບ​ຮົມຂອງ ທ່ານ ວຽງໄຊ ຄຳພະຈັນ ຄະ ນະປະຈຳພັກເມືອງ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງງາ ແຂວງອຸດົມໄຊ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ຄຳ​ເຄນ​ ຈັນ​ທະ​ວົງຫົວ​ໜ້າ​ກົມ​ອົບ​ຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ສາຍ​ດຳ ໃຈຫຼ້າ ​ຮອງຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ອຸ​ດົມ​ໄຊ.

ຊຸດອົບຮົມຄັ້ງນີ້ມີ​ບັນ​ດາ​ເລ​ຂາ​ພັກ​ກຸ່ມ​ບ້ານ, ເລ​ຂາ​ໜ່​ວຍ​ບ້ານ, ກຳ​ມະ​ບານ​ບ້ານ, ປກ​ຊ-ປກ​ສ, ກອງຫຼອນ​ບ້ານ, ຫົວ​ໜ້າ​ສະ​ຫ​ະ​ພັນ​ແມ່​ຍິງ​ບ້ານ, ອົງ​ການ​ຈັດ​ຕັ້ງ​ຊາວໜຸ່ມ​ບ້ານ, ແພດ​ປະ​ຈຳ​ສຸກ​ສະ​ລາ​ກຸ່ມ​ບ້ານ​ຫ້ວ​ຍ​ໄລ່, ຄູ​-ອາຈານ ແລະ ອຳ​ນວຍ​ການ​ໂຮງ​ຮຽນ​ມັດ​ຖະ​ຍົມ​ສ​ົມ​ບູນ​ຕອນ​ຕົ້ນເຂົ້າຮ່ວມທັງໝົດຈຳນວນ 36 ທ່ານ, ຍິງ 6 ທ່ານ​ໃນ​ນັ້ນ,, ຊຶ່ງ​ເນື້ອ​ໃນ​ເອ​ກະ​ສານອົບຮົມ​ປະ​ກອບ​ມີ 5 ຫົວຂໍ້ຄື: 1. ຊາດ​ລາວ, ຄົນ​ລາວແລະມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ປະ​ຊາ​ຊົນ​ລາວ, 2. ລະ​ບົບ​ການ​ເມືອງ​ ແລະ ການ​ປົກ​ຄອງໃນ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ, 3. ຍົກສູງຄວາມສາມາດນຳພາຂອງໜ່ວຍພັກບ້ານ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, 4. ການ​ສ້າງ​ບ້ານ​ເປັນ​ຫົວ​ໜ່ວຍ​ພັດ​ທະ​ນາ ແລະ 5. ການ​ແກ້​ໄຂ​ຄວາມ​ທຸກ​ຍາກ ແລະ ການ​ຜະ​ລິດ​ເປັນ​ສິນ​ຄ້າ.

ຊຸດ​ອົບ​ຮົມ​ຄັ້ງ​ນີ້​ເປັນ​ການ​ຍົກ​ລະ​ດັ​ບ​ຄວາມ​ຮັບ​ຮູ້, ເຂົ້າ​ໃຈຕໍ່​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດໝາຍຂອງລັດໃຫ້​ແກ່ສະ​ມາ​ຊິກ​ພັກ-ພະ​ນັກ​ງານ, ເລ​ຂາ​ພັກ​ກຸ່ມ​ບ້ານ, ເລ​ຂາ​ໜ່​ວຍ​ບ້ານ, ຄູ-ອາ​ຈານ, ປກ​ຊ-ປກ​ສ, ກອງຫຼອນ​ບ້ານ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນຂອງ​ບ້ານ ​ໃຫ້​ກາຍ​ເປັນ​ຜູ້​ນຳ​ທີ່​ເຂັ້ມ​ແຂງ ແລະ ເປັນ​ນັກ​ພັດ​ທະ​ນາ​ກອນ​ທີ່​ຫ້າວ​ຫັນ, ດີເດັ່ນ​ສາ​ມາດ​ນຳ​ເອົາ​ບົດຮຽນ​ດັ່ງ​ກ່າວ​ໄປ​ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ​​ຢູ່​ພາຍ​ໃນ​ບ້ານ​ຂອງ​ຕົນ ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ ແລະພັດ​ທະ​ນາ​ບ້ານ​ຂອງ​ຕົນ​ໃຫ້​ກາຍ​ເປັນ​ບ້ານ​ພັດ​ທະ​ນາ.

ພາຍຫຼັງ​ສຳ​ເລັດ​ຊຸດ​ອົບ​ຮົມ​ໄດ້​ມີ​ການ​ສະຫຼຸບ​ຖອດ​ຖອນ​ບົດ​ຮຽນ ແລະ ມອບ​ໃບ​ຢັ້ງ​ຢືນ​ໃຫ້​ແກ່​ນັກ​ອົບ​ຮົມ ​ຊຶ່ງໃຫ້​ກຽດ​ມອບໃບ​ຢັ້ງ​ຢືນແລະໂອ້​ລົມໂດຍ​ ທ່ານ ວຽງ​ໄຊ ຄຳ​ພະ​ຈັນຄະ​ນະ​ປະ​ຈຳ​ພັກ​ເມືອງ, ຮອງ​ເລ​ຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ ເມືອງງາ ແຂວງ​ອຸ​ດົມ​ໄຊ.

ຂ່າວ: ກິຕ໋ອມ