ສົມພິນິດ ວົງສົມບັດ

ຫົວໜ້າຄະນະໂຄສະນາອົຍຮົມສູນກາງພັກ ເນັ້ນບາງບັນຫາເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນໃໝ່.

ຫົວໜ້າຄະນະໂຄສະນາອົຍຮົມສູນກາງພັກ ເນັ້ນບາງບັນຫາເພື່ອໃຫ້ວຽກງານໂຄສະນາມີການຫັນປ່ຽນໃໝ່. ເພື່ອຊຸກຍູ້ ໃຫ້ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ມີການຫັນປ່ຽນໃໝ່, ແລະ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ລົງພົບປະໂອ້ລົມພະນັກງານກົມໂຄສະນາ ໃຫ້ທິດຊີ້ນໍາ ການເຄື່ອນໄຫວວຽກງານໂຄສະນາ, ທັງເປັນການຊຸກຍູ້ ໃຫ້ກໍາລັງໃຈພະນັກງານກົມໂຄສະນາ ພາຍຫຼັງມີການປັບປຸງການຈັດຕັ້ງ ທົ່ວ ຄອສພ, ໃນວັນທີ 20 ກຸມພາຜ່ານມາ ທີ່ຫ້ອງປະຊຸມ ຊັ້ນ 5 ຂອງສໍານັກງານ ຄອສພ (ຫຼັກ 6), ເຂົ້າຮ່ວມມີ: ບັນດາຄະນະພັກ, ຫົວໜ້າຫ້ອງການ, ກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ, ຄະນະກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກົມໂຄສະນາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ສະຫາຍ ໂພເມກ ວິໄລສັກຫົວໜ້າກົມໂຄສະນາ ໄດ້ຂຶ້ນລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານວິຊາສະເພາະ ຂອງກົມໂຄສະນາ ໃນໄລຍະ 1 ເດືອນຜ່ານມາ ພາຍຫຼັງບັ້ນປັບປຸງກົງຈັກການຈັດຕັ້ງ ທົ່ວຄະນະໂຄສະນາອົບຮົມສູນກາງພັກ […]

ກອງປະຊຸມທາບທາມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

ກອງປະຊຸມທາບທາມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ໃນຕອນເຊົ້າຂອງ ວັນທີ 16 ກຸມພາ 2023 ກົມຈັດຕັ້ງ-ພະນັກງານ , ກົມກວດກາ ໄດ້ສົມທົບກັບກົມຂໍ້ມູນຂ່າວສານ ແລະ ຝຶກອົບ ໄດ້ຈັດກອງປະຊຸມທາບ ທາມໃນການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນຄະນະໂຄສະນາອົບຮົມສູນກາງພັກ ຄຸ້ມຄອງ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ອານົງສັກ ອິນທະວົງ ກໍາມະການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ກໍາມະການພັກ ຫົວໜ້າກົມກວດກາ , ທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າກົມ, ຫົວໜ້າພະ ແນກ, ຮອງພະແນກ ແລະ ພະນັກງານວິຊາການ ພາຍໃນກົມຂໍ້ມູນຂ່າວສານ ແລະ […]

ພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ.

ພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ. ໃນຕອນບ່າຍຂອງ ວັນທີ 8 ກຸມພາ 2023 ຜ່ານມາ. ຄະນະໂຄສະນາອົບຮົມສູນກາງພັກ ໂດ້ຈັດພິທີປະກາດການເລື່ອນຊັ້ນຕໍາແໜ່ງຂັ້ນພະແນກ ແລະ ການປັບປຸງຊັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານຂອງບັນດາກົມ-ທຽບເທົ່າກົມໃນທົ່ວ ຄອສພ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ລາວປາວຊົ່ງ    ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ນາງ ວິລະວອນ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດພິທີຄັ້ງນີ້ແມ່ນ: ເພື່ອປະກາດການຊັບຊ້ອນພະນັກງານເຂົ້າໃນຕໍາແໜ່ງງານ, ປະກາດການເລື່ອນຕໍາແໜ່ງບໍລິຫານຂອງພະນັກງານຈໍານວນໜຶ່ງ ແລະ ຜ່ານມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກສະໄໝທີ V. ໃນຕອນທ້າຍພິທີ ທ່ານ ລາວປາວຊົ່ງ ນະວົງໄຊ […]

ກົມຂໍ້ມູນຂ່າວສານ ຄອສພ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ພະນັກງານກົມໄອທີ.

ກົມຂໍ້ມູນຂ່າວສານ ຄອສພ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ພະນັກງານກົມໄອທີ. ໃນຕອນເຊົ້້າຂອງວັນທີ 8 ກໍລະກົດ 2022, ກົມຂໍ້ມູນຂ່າວສານ ຮ່ວມກັບ ສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ ອັດສະລິຍາ ຈັດຊຸດຝຶກອົບຮົມການນໍາໃຊ້ໂປຣແກຮມທີ່ທັນສະໄໝໃຫ້ແກ່ ພະນັກງານກົມຂໍ້ມູນຂ່າວສານ, ໃຫ້ກຽດກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ວັນຕຸລາ ຮັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວກົມຂໍ້ມູນຂ່າວສານ, ມີຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການ ພາຍໃນກົມຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກລະບົບເຄືອຂ່າຍເອເລັກໂຕຣນິກ ກົມຂໍ້ມູນຂ່າວສານ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອແນ່ໃສ່ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໃນການນໍາໃຊ້ລະບົບເອເລັກໂຕຣນິກທີ່ທັນສະໄໝຕ່າງໆເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ. ແນ່ໃສ່ສ້າງພະນັກງານ ວິຊາການໄອທີ ໄດ້ຮຽນຮູ້ ແລະ ມີຄວາມຊໍານານ ໃນການນໍາໃຊ້ລະບົບໂປຣແກຣມໃໝ່ໆເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະຕົວຈິງຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃນແຕ່ລະໄລຍະ, […]

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະ ໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນເຊົ້າ ວັນທີ 28 ມີຖຸນາ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມແລະເປັນປະທານ ພ້ອມທັງກ່າວເປີດພິທີ ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້້າຮ່ວມມີ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຜູ້ຊ່ວຍຄະນະພັກ ຄອສພ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວ ໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ຄອສພ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກ ຄອສພ ແລະ ແຜນພັດທະນາວຽກງານໂຄສະນາອົບຮົມ […]

1 17 18 19 20 21 37