ສົມພິນິດ ວົງສົມບັດ

ພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າ ວັນທີ 18 ມີນາ 2022 ກົມຂໍ້ມູນຂ່າວສານ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງອິນເຕີເນັດ ຊັ້ນ 3, ໃຫ້ກຽດຂຶ້ນກ່າວປິດຊຸດຝຶກອົບຮົມວຽກງານໄອທີ ໂດຍ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ທ່ານ, ນັກວິທະນາກອນ ແລະ ຄະນະຮັບຜິດ ຊອບຊຸດຝຶກອົບຮົມ. ໃນພິທີ ທ່ານ ນ. ອິດໄຊທອງ ສົມມະນີ ຕ່າງໜ້າຄະນະຮັບຜິດຊອບ ໄດ້ຂຶ້ນລາຍງານໂດຍຫຍໍ້ ໃນການຈັດຝຶກອົບຮົມຄັ້ງນີ້, ເຊີ່ງສາມາດສະຫຼຸບຕີລາຄາດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງໃນຕໍ່ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້. ຫຼັງຈາກນັ້ນ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນ ແລະ ກ່າວປິດຊຸດຝຶກອົບຮົມ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບັນຝຶກອົບຮົມຄັ້ງນີ້ ແລະ ການປະກອບສ່ວນຂອງບັນດາອາຈານທີ່ຂຶ້ນຫ້ອງສອນ […]

ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.     ໃນຕອນເຊົ້າວັນທີ 14 ມີນາ 2022 ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ, ໃຫ້ກຽດຂຶ້ນເປີດຊຸດຝຶກອົບຮົມວຽກງານໄອທີໂດຍທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ຫົວໜ້າພະແນກ, ຮອງພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ຄົນ.     ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົມວຽກງານໄອທີຄັ້ງນີ້ແມ່ນ ເພືື່ອບໍາລຸງຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ໃນການນໍາໃຊ້ເຕັັກນິກວິຊາການ ກ່ຽວກັບການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນວຽກງານຕ່າງໆ ໃຫ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານວິຊາສະເພາະໃນໄລຍະໃໝ່, ພ້ອມທັງສ້າງໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດຄວາມສໍາຄັນທາງດ້ານວຽກງານໄອທີ ໃຫ້ນັບມື້ນັບສູງຂຶ້ນ ແລະ […]

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ (08/3/1910 – 8/3/2022).

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2022 ຄົບຮອບ 112 ປີ (08/3/1910 – 8/3/2022).      ໃນຕອນເຊົ້າຂອງວັນທີ 2 ມີນາ 2022 ຜ່ານມາ. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ

ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.

ພິທີເປີດຊຸດຝຶກອົບຮົມການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ.     ໃນຕອນເຊົ້າຂອງ ວັນທີ 3 ພະຈິກ 2021 ນີ້, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ມີພິທີເປີດຊຸດຝຶກອົບຮົມ ກ່ຽວກັບການໂຄສະນາສື່ມວນຊົນ ແລະ ເຕັກນິກການເຜີຍແຜ່ ສື່ມວນຊົນຂອງ ສປປ ລາວ ຜ່ານລະບົບປະຊຸມທາງໄກ ເຊິ່ງຈັດໂດຍ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ; ໃຫ້ກຽດເຂົ້າ ຮ່ວມມີ: ທ່ານ ຊາງ ຈິນ ຮອງຫົວໜ້າກົມຮ່ວມມືສາກົນແຫ່ງລັດ ວິທະຍຸກະຈາຍສຽງ ສປ ຈີນ, ທ່ານ ລິວລິງໄຫ ຮອງຄະນະບໍດີ ສະຖາບັນຄົ້ນຄ້ວາກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ, ທ່ານ ຣັດສະໝີ ດວງສັດຈະ ເລຂາທິການ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ ແລະ ພະນັກງານຕາງໜ້າ ຈາກບັນດາກະຊວງ, […]

ບົດປະກອບຄຳເຫັນ “ການຊີ້ນໍາ-ນໍາພາຂອງອົງຄະນະພັກ- ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ອົງການຈັດຕັ້ງມະຫາຊົນ”

                                                                       ບົດປະກອບຄຳເຫັນ                           “ການຊີ້ນໍາ-ນໍາພາຂອງອົງຄະນະພັກ- ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ອົງການຈັດຕັ້ງມະຫາຊົນ”         […]

1 16 17 18 19 20 34