ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ.


ໃນຕອນເຊົ້າຂອງວັນທີ 2 ກຸມພາ 2024, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68ປີ (01/02/1956- 01/02/2024) ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.



ຈຸດປະສົງຂອງການປາຖະກະຖາແມ່ນເພື່ອເຮັດໃຫ້ສະມາຊິກກໍາມະບານໃນທົ່ວຄະນະໂຄສະນາອົບຮົມສູນກາງໄດ້ຫວນຄືນເຖິງມູນເຊື້ອ ແລະ ຜົນງານຂອງອົງການຈັດຕັ້ງກໍາມະບານລາວໃນຕະຫຼອດໄລຍະການປະຕິວັດຊາດປະຊາທິປະໄຕ ແລະ ໄລຍະແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ-ລັດຖະກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດ.

ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ປະທານສະຫະພັນກໍາມະບານ ຄອສພ ໄດ້ຂຶ້ນຜ່ານມະຕິກອງປະ ຊຸມຄົບຄະນະກາງສະໄຫມ ຂອງສູນກາງສະຫະພັນກໍາ ມະບານລາວ ສະໄຫມທີ VIII ແລະ ສະຫຼຸບຕີລາຄາຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງ ສະຫະພັນກໍາມະບານ ຄອສພ ໃນໄລຍະ 1ປີຜ່ານມາ ແລະ ທິດທາງແຜນການຈັດ ຕັ້ງປະຕິບັດວຽກງານກຳມະບານໃນຕໍ່ໜ້າ ເພື່ອແນ່ໃສປັບປຸງເຮັດໃຫ້ວຽກງານກຳມະບານ ຄອສພ ມີປະສິດທິພາບ ແລະ ປະສິດທິຜົນນັບມື້ສູງຂຶ້ນ.
ຫຼັງຈາກນັ້ນ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດປາ ຖະກະຖາຫວນຄືນມູນເຊື້ອອັນພິລະອາດຫານ, ປະຫວັດຄວາມເປັນມາແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳມະບານລາວ ທີ່ໄດ້ປະກອບສ່ວນເຂົ້າໃນ ພາລະກິດປົດປ່ອຍຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນພ້ອມທັງຜົນງານທີ່ພົ້ນເດັ່ນໃນຕະຫຼອດໄລຍະ 68 ປີຜ່ານມາ. ນອກຈາກນັ້ນ ທ່ານຍັງໄດ້ກ່າວຍ້ອງຍໍຕໍ່ຜົນສໍາເລັດ ແລະ ຜົນງານໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທີ່ສະຫະພັນກໍາມະບານ ຄອສພ ແລະ ບັນດາຮາກຖານແຕ່ລະໜ່ວຍ ປະກອບສ່ວນເຫື່ອແຮງ ຄວາມຮູ້ ຄວາມສາມາດ ເຂົ້າໃນທຸກໆວຽກງານ ຂອງກໍາມະບານ ຄອສພ ໂດຍຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະໄດ້ດີຕະຫຼອດມາ. ໃນຕອນທ້າຍຂອງພິທີ ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກ ງານ, ສະມາຊິກກຳມະບານແຕ່ລະສະຫາຍເພີ່ມທະວີເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງໂດຍຕິດພັນກັບການເຮັດວຽກງານວິຊາສະເພາະຂອງແຕ່ລະສະຫາຍໃຫ້ມີປະສິດທິ ພາບສູງ, ສ້າງຄວາມສາມັກຄີຮັກແພງເປັນປຶກແຜ່ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ນຳເອົາບັນດາເນື້ອໃນຈິດໃຈຂໍ້ແຂ່ງຂັນ 5 ເປັນເຈົ້າທີ່ສູນກາງສະຫະພັນກໍາມະບານລາວວາງອອກໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດເປັນກ້າວໆ, ປະກອບສ່ວນຢ່າງສົມກຽດເຂົ້າໃນການປຸກລະດົມ, ສຶກສາອົບຮົມຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ-ລັດຖະກອນໃຫ້ມີຄວາມໜັກແໜ້ນ ເປັນກຳລັງແຮງຊຸກຍູ້ ແລະ ຄັບເຄື່ອນວຽກງານຂອງພັກ-ລັດ ໃນທ່າມກາງທີ່ເງື່ອນໄຂທາງດ້ານເສດຖະກິດ ແລະ ການດໍາລົງຊີວິດມີຄວາມຫຍຸ້ງຍາກໃຫ້ເປັນຂະບວນການຟົດຟື້ນ.


ໃນຕອນບ່າຍຂອງວັນດຽວກັນນັ້ນ ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ທາງສະຫະພັນກໍາມະບານ ຄອສພ ຍັງໄດ້ຈັດການແຂ່ງຂັນກິລາເປຕັງ ແລະ ກິລາມວນຊົນ ເພື່ອເປັນການຮັດແໜ້ນຄວາມສາມັກຄີພາຍໃນ ແລະ ອ້ອມຂ້າງໃນແຕ່ລະໜ່ວຍຮາກຖານ ທັງເປັນການສ້າງຂະບວນການໃຫ້ມີຄວາມຟົດຟື້ນມ່ວນຊື່ນ.