ອາຫານ 8 ຊະນິດ ທີ່ເປັນຜົນຮ້າຍຕໍ່ຮ່າງກາຍໃນການກໍ່ເກີດເປັນພະຍາດມະເຮັງ.

ສາລະໜ້າຮູ້

ອາຫານ 8 ຊະນິດ ທີ່ເປັນຜົນຮ້າຍຕໍ່ຮ່າງກາຍໃນການກໍ່ເກີດເປັນພະຍາດມະເຮັງ.

  • ໝີ່ກ່ອງສຳເລັດຮູບທຸກຊະນິດ: ໃນໝີ່ກ໋ອງສຳເລັດຮູບ 1 ຈອກ ມີສານປຸງແຕ່ງຫຼາຍກວ່າ 25 ຊະນິດ ເຊັ່ນ: ໂມໂນໂຊດ່ຽມ ກຣູຕາເມສ ຫຼື ຜົງຊູລົດ, ກົດຊີຕຣິກ, TBHQ ( ເປັນສານກັນບູດ ຫຼື ວັດຖຸກັນຄວາມຊຸ່ມທີ່ໄດ້ຈາກປິໂຕລ່ຽມ) ແລະ ອື່ນໆ ສະນັ້ນເດັກທີ່ກິນໝີ່ກ່ອງສຳເລັດຮູບເປັນປະຈຳອາດກໍ່ໃຫ້ເກີດພາວະແຄຣຊ່ຽມໃນເລືອດຕໍ່າ.

  • ປະເພດແຮມ, ໄສ້ກອກ: ມີສ່ວນປະກອບຂອງສານປຸງແຕ່ງຕ່າງໆ ເຊັ່ນ: ໂຊດ່ຽມໄນໄຕຣ, ໂປແຕສຊ່ຽມໄຕຣ ແລະ ອື່ນໆ ໄນໄທຣ ສາມາດເຮັດປະຕິກິລິຍາກັບເອມີນ (amine) ໃນອາຫານກາຍເປັນສານກໍ່ມະເຮັງທີ່ຮ້າຍແຮງ ຄື ໄນໂຕຣຊາມີນ (nitrosamine) ເຊີ່ງເຮັດໃຫ້ເກີດມະເຮັງຕັບ, ກະເພາະອາຫານ ແລະ ຫຼອດອາຫານ.

  • ຄຸກກີ້: ມີສ່ວນປະກອບຂອງສານປຸງແຕ່ງໄດ້ແກ່ ໂຊດ່ຽມເມແທໄບຊັລໄຟ, ກົດຊິດຣິກ, ໂຊດ່ຽມເມແທໄບຊັລໄຟ ຖ້າໃຊ້ໃນປະລິມານທີ່ເກີນກຳນົດ ຈະມີສານຕົກຄ້າງໃນອາຫານໃນປະລິມານສູງ ແລະ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ.

  • ກະແລ໋ມ: ມີສ່ວນປະກອບຂອງສານປຸງແຕ່ງ ໄດ້ແກ່: ສານທີ່ໃຊ້ແຕ່ງລົດຊາດ, ກິ່ນ, ສີ ແລະ ອື່ນໆ ເຊີ່ງສານປຸງແຕ່ງໃນກະແລ໋ມນີ້ເປັນອັນຕະລາຍຕໍ່ຮ່າງກາຍເຊີ່ງບາງປະເທດອອກກົດຫ້າມໃຊ້ສີມາປະສົມປຸງແຕ່ງລົງໃນອາຫານ.

  • ມັນຝຣັ່ງທອດກ໋ອບ: ມີສ່ວນປະກອບຂອງສານປຸງແຕ່ງ ເຊັ່ນ: ໂມໂນໂຂດ່ຽມກູລຕາເມສ ( ຫຼື ທີ່ເຮົາຄຸ້ນເຄີຍໃນຊື່ ຜົງຊູລົດ), ໄດໂຊດ່ຽມ 5 ກົວໄນເລດ ແລະ ອື່ນໆ ເຊີ່ງສານເຫຼົ່ານີ້ເປັນສານຕ້ອງຫ້າມໃນການປະກອບອາຫານສຳຫຼັບ ເດັກນ້ອຍ, ນອກນັ້ນ ໝາກຝຣັ່ງ ຍັງມີສານໃຫ້ລົດຫວານ, ກົດຊິຕຣິກ ແລະ ອື່ນໆ ການກິນອາຫານທີ່ມີກົດຊິຕຣິກຫຼາຍໆເຮັດໃຫ້ເກີດອາການຖອກທ້ອງ ແລະ ທ້ອງອືດໄດ້.

  • ໝາກໄມ້ອົບແຫ້ງ: ມີສ່ວນປະກອບຂອງສານປຸງແຕ່ງ ເຊັ່ນ: ກົດຊິຕຣິກ, ໂພແທສຊ່ຽມ, ໂຊດ່ຽມເບນໂຊເອດ ແລະ ອື່ນໆ ໂຊດ່ຽມເບນໂຊເອດ ເປັນວັດຖຸເຈືອປົນອາຫານເພື່ອຢັບຢັ້ງການຈະເລີນເຕີບໂຕຂອງແບັດທີເຣຍ ແລະ ເຊື້ອຣາບາງຊະນິດ ຫາກໃຊ້ໃນປະລິມານທີ່ສູງຈະເຮັດໃຫ້ລະຄາຍເຄືອງຕໍ່ກະເພາະອາຫານກະທັນຫັນຄືຈະເຮັດໃຫ້ນໍ້າໜັກຫຼຸດ, ຖອກທ້ອງ, ລະຄາຍເຄືອງຕໍ່ເນື້ອເຍື່ອຕ່າງໆເລືອດອອກໃນຮ່າງກາຍ, ຕັບ, ໄຂ່ຫຼັງ ໃຫ່ຍຂື້ນ ອາດເປັນອຳມະພາດ ແລະ ເສຍຊີວິດໃນທີ່ສຸດ.

  • ເຂົ້າໜົມວຸ້ນສຳເລັດຮູບ: ມີສ່ວນປະກອບຂອງສານປຸງແຕ່ງ ເຊັ່ນ: ໂພແທສຊ່ຽມ, ກົດຊິຕຣິກ, ຄາຣາຈີແນນ ແລະ ອື່ນໆ ຖ້າຫາກຮັບປະທານເກີນຂອບເຂດອາດຈະເຮັດໃຫ້ເກີດມີອາການເຈັບທ້ອງ, ແໜ້ນທ້ອງ ຫຼື ທ້ອງປັ່ນປ່ວນ ເນື່ອງຈາກຮ່າງ ກາຍຂອງຄົນເຮົາໄວຕໍ່ສານກລູເຕັນເຊີ່ງເປັນໂປຣຕີນໃນທັນຍະພືດສາລີ.

  • ຊານົມ: ມີສ່ວນປະກອບຂອງສານປຸງແຕ່ງ ເຊັ່ນ: ໂພແທສຊ່ຽມ, ໂຊດ່ຽມເຮກຊະເມຕ້າຟໍຟັດ ແລະ ອື່ນໆ ໃນໃບຊາມີສານອອກຊາເລມຈຳນວນຫຼາຍ ດັ່ງນັ້ນຫາກເຮົາດື່ມຊານົມທຸກມື້ ໂອກາດທີ່ສານອອກຊາເລທຈະສະສົມຈົນກໍ່ອາການອຸດຕັນໃນໄຂ່ຫຼັງ ຫຼື ເຮັດໃຫ້ເກີດພະຍາດໜີ້ວໃນໄຂ່ຫຼັງໄດ້.