ສົມພິນິດ ວົງສົມບັດ

ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.

ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.     ໃນຕອນບ່າຍ ຂອງວັນທີ 23 ສິງຫາ 2021 ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ. ເຊິ່ງນໍາໂດຍ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີ: ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ບັນດາເລຂາໜ່ວຍພັກ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.     ຈຸດປະສົງໃນພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານຄັ້ງນີ້ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເພື່ອສະແດງຄວາມເຄົາລົບຮັກຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງ ປວງຊົນລາວບັນດາເຜົ່າ ເຊິ່ງທ່ານເປັນຜູ້ກໍ່ຕັ້ງນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງຊາດເຮົາຈາກໄຊຊະນີ້ ສູ່ ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ, ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ, […]

ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2.

ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2.     ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ

ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.     ໂດຍປະຕິບັດຕາມແຜນການສ້າງຂະບວນການ ແລະ ໂຄສະນາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນບ່າຍວັນທີ 17 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ຈິງໄດ້ສ້າງຂະບວນການແຂ່ງຂັນກິລາໝາກບຸ້ນທີມຍິງ-ຊາຍ ຊີງຂັນເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເຂົ້າຮ່ວມເປີດປະເດີນໂດຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຄອສພ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.     ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້, ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ສ້າງມິດຕະພາບລະຫວ່າງສະມາຊິກພັກ, ພະນັກງານລັດຖະກອນທັງ ໝົດໃຫ້ ແໜ້ນແຟ້ນເພື່ອພ້ອມກັນກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໂດຍຈິດໃຈຟົດຟື້ນປະຕິວັດ.      ການແຂ່ງຂັນໄດ້ດໍາເນີນໄປທາມກາງບັນຍາກາດອັນຟົດຟື້ນ, ມ່ວນຊື່ນ […]

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ.

  ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ.      ໃນຕອນເຊົ້າ ຂອງວັນທີ 16 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເປີດຂະບວນການ

ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດນຳໃຊ້ເວັບໄຊຂອງຕົນຢ່າງເປັນທາງການ.

    ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດນຳໃຊ້ເວັບໄຊຂອງຕົນຢ່າງເປັນທາງການ.        ໃນຕອນບ່າຍວັນທີ 13 ສິງຫາ 2021 ຜ່ານມາ, ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ

1 17 18 19 20 21 34