ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານ ຢູ່ແຂວງຊຽງຂວາງ.


ໃນຕອນເຊົ້າຂອງວັນທີ 4 ມັງກອນ 2024 ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີປາຖະກະຖາ ເພື່ອລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ. ໃຫ້ກຽດປາຖະກະຖາໂດຍສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຊີ້ນໍາການຈັດຕັ້ງສະເຫຼີມສະຫຼອງ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຂັ້ນສູນກາງ, ເຂົ້າຮ່ວມຮັບຟັງມີ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ກົມກອງ, ພະນັກງານ-ລັດຖະກອນ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 274 ຄົນ, ຍິງ 78 ຄົນ.

ໃນພິທີດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເລົ່າຄືນຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນໃນການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ ເຊິ່ງຍົກໃຫ້ເຫັນເຖິງການເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ຄວາມປີຊາສາມາດ, ຄວາມສະຫຼຽວສະຫຼາດຂອງປະທານ ຄໍາໄຕ ສີພັນດອນ ໃນການຊີ້ນໍາບັນຊາກອງທັບປະຊາຊົນລາວໃນການຕໍ່ສູ້ກູ້ຊາດບໍ່ຍອມຈໍານົນຈົນສາມາດຍາດໄດ້ໄຊຊະນະ ທີ່ສົມບູນ ແລະ ສະຖາປານາປະເທດ ສປປ ລາວ ຂື້ນໃນວັນທີ 2 ທັນວາ 1975. ຜົນງານໃນການຊີ້ນໍາ-ນໍາພາໃນໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດປະເທດຊາດໃນແຕ່ລະໄລຍະຈົນເຖິງປັດຈຸບັນ; ວິຖີຊີວິດທີ່ດຸໝັ່ນພາກພຽນ, ແບບແຜນການເຮັດວຽກທີ່ຊັດເຈນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນເປັນແບບຢ່າງໃນການຮັກສາສຸຂະພາບທີ່ດີ ເປັນທີ່ເຄົາລົບຮັກແພງຂອງປະຊາຊົນບັນດາເຜົ່າ, ຕໍ່ກັບຜົນງານ, ຄຸນງາມຄວາມດີດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ເນັ້ນໜັກໃຫ້ສະມາຊິກພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ປັນຍາຊົນ ແລະ ຄົນຮຸ່ນໝຸ່ມ ຈົ່ງພ້ອມກັນຕັ້ງໜ້າສຶກສາຮໍ່າຮຽນເອົາແບບແຜນດໍາລົງຊີວິດຂອງປະທານ ຄໍາໄຕ ສີພັນດອນ ເພື່ອມາໝູນໃຊ້ເຂົ້າການປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບສູງສຸດ.

ແຫຼ່ງຂ່າວຈາກ: ທ້າວ ນູຢ່າງ ຢົງ​ມາ