ຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງຂອງ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ.


ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024. ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍພະນັກງານທົ່ວ ຄອສພ ໄດ້ໃຫ້ກຽດຕ້ອນຮັບການມາຢ້ຽມຢາມ ຄະນະໂຄສະນາອົບຮົມສູນກາງພັກ ຂອງສະຫາຍ ຫຼີ ຊູ ເຫີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ສະຫາຍ ໃຫ້ກຽດເດີນທາງມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XI; ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີການປົກປັກຮັກສາ ລະບົບນິເວດ ແລະ ສິ່ງແວດລ້ອມ ໃນຍຸກຫັນເປັນທັນສະໄໝ” ທີ່ຫ້ອງປະຊຸມໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ສປປ ລາວ.

ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະ ດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ນໍາພາ ສະຫາຍ ຫຼີ ຊູ ເຫີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ພ້ອມຄະນະຢ້ຽມຊົມຫ້ອງການຂອງ ຄອສພ ແລະ ມອບປຶ້ມແນວຄິດປະທານໄກສອນ ພົມວິຫານ ໃຫ້ແກ່ສະຫາຍ ຫຼີ ຊູ ເຫີຍ ເພື່ອເປັນຂອງຂວັນທີ່ລະນຶກ ພ້ອມນັ້ນຍັງໄດ້ຢ້ຽມຢາມກົມຈັດຕັ້ງ-ພະນັກງານ, ພະແນກກໍ່ສ້າງພັກ ແລະ ທ່ຽວຊົມການວາງສະແດງເອກະສານອົບຮົມ ທີ່ຄອສພພວກເຮົາເປັນຜູ້ປະດິດຄິດຄົ້ນມາສຶກສາອົບຮົມເປົ້າໝາຍຕ່າງໆ ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 14 ເອກະສານ.