ພິທີປາຖະກະຖາວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ.


ໃນຕອນເຊົ້າຂອງວັນທີ 12 ມັງກອນ 2024 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ທີ່ຫ້ອງປະຊຸມ ຄອສພ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນ ກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວຫນ້າກົມ, ຮອງຫົວຫນ້າກົມ, ຫົວຫນ້າພະແນກ,ຮອງຫົວຫນ້າພະແນກ ແລະ ພະນັກງານທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ (ຜູ້ປະຈໍາການ) ໄດ້ໃຫ້ກຽດຂຶ້ນປາ ຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ສະພາບແວດລ້ອມກ່ອນການສ້າງຕັ້ງ, ຄວາມຈໍາເປັນພາວະວິໄສ, ຄວາມຫມາຍຄວາມສໍາຄັນ ຂອງການສ້າງຕັ້ງກອງທັບປະຊາຊົນລາວ ຜົນງານໄຊຊະນະ,ການເຕີບໃຫຍ່ຈະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດ ຂອງກອງທັບປະຊາຊົນລາວ; ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາ ຊົນ, ຕໍ່ອຸດົມການສັງຄົມນິຍົມ, ມູນເຊື້ອຕໍ່ສູ້ອັນພິລະອາດຫານ, ກ້າແກ່ນ,ຫນຽວແໜ້ນ ແລະ ມີໄຫວພິບ; ນໍ້າໃຈດຸຫມັ່ນຂະຫຍັນພຽນ, ຍຶດຫມັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ, ການພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽວບົນພຶ້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ.
ໃນໂອກາດທີ່ມີ ຄວາມຫມາຍສໍາຄັນນັ້ນ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໃຫ້ກຽດປາຖະກະຖາວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທ່ານໄດ້ຍົກໃຫ້ເຫັນເຖິງຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນ ການເຄື່ອນ ໄຫວປະຕິວັດຂອງ ປະທານ ຄໍາໄຕ ສີພັນດອນ ໃນການເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ຄວາມປີຊາສາມາດ, ຄວາມສະຫຼຽວສະຫຼາດຂອງປະທານ ຄໍາໄຕ ສີພັນດອນ ໃນການຊີ້ນໍາບັນຊາກອງທັບປະຊາຊົນລາວໃນການຕໍ່ສູ້ກູ້ຊາດບໍ່ຍອມຈໍານົນຈົນສາມາດຍາດໄດ້ໄຊຊະນະ ທີ່ສົມບູນ ແລະ ສະຖາປານາປະເທດ ສປປ ລາວ ຂື້ນໃນວັນທີ 2 ທັນວາ 1975. ຜົນງານ, ບົດບາດອັນສໍາຄັນໃນການຊີ້ນໍາ-ນໍາພາໃນໄລຍະພາລະກິດປົກປັກຮັກ ສາ ແລະ ສ້າງສາພັດປະເທດຊາດໃນແຕ່ລະໄລຍະຈົນເຖິງປັດຈຸບັນ; ວິຖີຊີວິດທີ່ດຸໝັ່ນພາກພຽນ, ແບບແຜນການເຮັດວຽກທີ່ຊັດເຈນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ແລະ ເປັນທີ່ເຄົາລົບຮັກຂອງປະຊາຊົນບັນດາເຜົ່າ. ນອກຈາກນັ້ນ ທ່ານໄດ້ເນັ້ນຫນັກໃຫ້ສະມາຊິກພັກ, ພະນັກງານ ທັງຫມົດພ້ອມກັນຕັ້ງຫນ້າຮໍ່າຮຽນເອົາແບບຢ່າງຂອງ ປະທານ ຄໍາໄຕ ສີພັນດອນ ດັ່ງນີ້:
1. ຕັ້ງຫນ້າຄົ້ນຄວ້າສຶກສາຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດພຸດຜ່ອງ, ຄວາມມະນະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ມີໄຫວພິບໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານທີ່ຕົນຮັບຜິດຊອບເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ເພື່ອຊາດ ເພື່ອປະຊາຊົນ, ມີນໍ້າໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
2. ຕັ້ງຫນ້າເສີມຂະຫຍາຍຜົນງານ ແລະ ມູນເຊື້ອອັນດີງາມທີ່ພັກ-ລັດຍາດມາໄດ້ໃນໄລຍະຜ່ານມາໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.ພ້ອມກັນນັ້ນຕ້ອງຕັ້ງ  ຫນ້າແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວກົງຈັກການຈັດຕັ້ງ, ສະມາຊິກພັກ-ພະນັກງານ ໃນນັບມື້ນັບຫລຸດລົງ, ສ້າງໃຫ້ພັກຂອງພວກເຮົາມີຄວາມປອດໃສ, ຫນັກແຫນ້ນ ແລະ ເຂັ້ມແຂງ ຄວາມເປັນແບບຢ່າງນໍາຫນ້າ, ຄວາມສາມັກຄີປຶກແຜ່ນ, ຈິດຫນຶ່ງໃຈດຽວອ້ອມຂ້າງພັກ.
3. ຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ, ຍົກສູງນໍ້າໃຈຮັກຊາດອັນດູດດື່ມ, ຈິດໃຈເອກະລາດເປັນເຈົ້າຕົນເອງເພິ່ງຕົນເອງ, ສຸມທຸກກຳລັງແຮງສັງລວມຂອງທົ່ວທັງຊາດ, ຕັ້ງຫນ້າແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນປັດຈຸບັນໃຫ້ຜ່ານພົ້ນໄປ ແລະ ສ້າງທ່ວງທ່າໃຫມ່ທີ່ຫນັກແໜ້ນ ເຂັ້ມແຂງເພື່ອກ້າວຂຶ້ນພັດທະນາປະເທດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກຳນົດໄວ້.
4. ສືບຕໍ່ເອົາໃຈໃສ່ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໃຫ້ມີຄວາມຮັບຮູ້ເຂົ້າໃຈແນວທາງ, ນະໂຍບາຍຂອງພັກກົດຫມາຍຂອງລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ; ຕັ້ງ   ຫນ້າເປັນເຈົ້າການເຂົ້າຮ່ວມໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສີວິໄລ, ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.
5. ເພີ່ມທະວີພົວພັນຮ່ວມືກັບພາຍນອກ ແລະ ອົງການຈັດຕັ້ງສາກົນຕ່າງໆ ໃຫ້ກວ້າງຂວາງ, ເປັນເຈົ້າການຍາດແຍ່ງເອົາການຊ່ວຍເຫຼືອ-ຮ່ວມມື ແລະ ດຶງດູດການລົງທຶນໃຫ້ນັບມື້ນັບເພີ່ມຂຶ້ນ.
6. ຄະນະພັກ ແຕ່ລະຂັ້ນຕ້ອງຕັ້ງຫນ້າຄົ້ນຄວ້າຮໍ່າຮຽນເຊື່ອມຊຶມມະຕິ, ຄໍາສັ່ງ, ຄໍາແນະນໍາຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ເພື່ອຕັ້ງຫນ້າກະກຽມໃຫ້ດີ ແລະ ດຳເນີນໃຫ້ຖືກຕ້ອງ.

ພ້ອມນັ້ນໃນຕອນທ້າຍຂອງພິທີໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ 2 ສະຫາຍ, ຂັ້ນຮອງຫົວໜ້າກົມ 1 ສະຫາຍ, ຂັ້ນຫົວໜ້າພະແນກ 1 ສະຫາຍ ແລະ ເຫັນດີແຕ່ງຕັ້ງຮອງຫົວໜ້າພະແນກ ຂຶ້ນເປັນຫົວໜ້າພະແນກ 1 ສະຫາຍ.