ກອງປະຊຸມເຜີຍແຜ່ແນະນໍາເອກະສານການກຳນົດຕໍາແໜ່ງງານ.


ໃນວັນທີ 17 ມັງກອນ 2024, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາເອກະ ສານກ່ຽວກັບການກຳນົດຕໍາແໜ່ງງານ ຂຶ້ນທີ່ຫ້ອງປະຊຸມ ຄອສພ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ, ມີຜູ້ເຂົ້າຮ່ວມ ຕາງໜ້າຄະນະກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ວິຊາການທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໄດ້ໃຫ້ກຽດບັນ ຍາຍໂດຍທ່ານ ພອນປະເສີດ ກຸລະວົງ ຫົວຫນ້າພະແນກພັດທະນາການຈັດຕັ້ງ ກະຊວງພາຍໃນ ທ່ານໄດ້ຍົກໃຫ້ເຫັນເຖິງຈຸດປະສົງ, ຄວາມຫມາຍ ຄວາມສໍາຄັນ, ຜົນປະໂຫຍດຂອງການກຳນົດຕໍາແໜ່ງງານ, ການວິເຄາະງານ(ວິເຄາະວຽກ) ຂອງຂັ້ນຕອນການກໍານົດຕໍາແໜ່ງງານ, ອົງປະກອບ, ວິທີ ແລະ ບາດກ້າວສິ່ງທີ່ຄວາມເອົາໃຈໃສ່ການກຳນົດຕໍາແໜ່ງງານ.

ໃນຕອນບ່າຍຂອງວັນດຽວກັນນັ້ນ ໄດ້ມີການທົດລອງປະຕິບັດຕົວຈິງໃນ 5 ຂັ້ນຕອນຂອງການກໍານົດຕໍາແໜ່ງງານຂອງ ບັນດາກົມ ແລະ ພະແນກ ໂດຍໄດ້ຈັດແບ່ງອອກເປັນແຕ່ລະກຸ່ມ ແລະ ໄດ້ມີການສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ໃນໂອກາດ ທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນຫນັກໃຫ້ຕາງໜ້າຄະນະກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການທຸກສະຫາຍ ພ້ອມກັນເອົາໃຈໃສ່ຄົ້ນຄວ້າໃນການຮັບຟັງຄໍາແນະນໍາທາງດ້ານທິດສະດີ ແລະ ແລກປ່ຽນຖອດຖອນບົດຮຽນໃນການປະຕິບັດຕົວຈິງ ຂອງການສ້າງແຜນກຳນົດຕໍາແໜ່ງງານດ້ວຍຄວາມຮັບຜິດຊອບສູງ, ນອກນັ້ນ ທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບຂອງບັນດາກົມ ເປັນເຈົ້າການພ້ອມກັນປຶກສາຫາລື, ວິເຄາະ, ວິໃຈໄຈ້ແຍກເພື່ອພ້ອມກັນຈັດຕັ້ງປະຕິບັດໃນການສ້າງແຜນກຳນົດຕໍາແໜ່ງງານຕາມພາລະບົດບາດ, ສິດ, ໜ້າທີ່ ຂອງແຕ່ລະກຸ່ມວຽກຂອງຕົນ ໃຫ້ສອດຄ່ອງ ແລະ ມີປະສິດທິພາບສູງສຸດ.