ພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (08 ມີນາ 1910-08 ມີນາ 2024)ຂອງສະຫະພັນແມ່ຍິງ 06 ອົງການພັກ.


ໃນຕອນເຊົ້າຂອງວັນທີ 12 ມີນາ 2024 ສະຫະພັນແມ່ຍິງ 6 ອົງການຂອງພັກ ອ້ອມຂ້າງຫລັກ 6 ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114ປີ ຂຶ້ນທີ່ ສະໂມສອນໃຫຍ່ ຂອງຫ້ອງວ່າການສູນກາງພັກ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍທ່ານ ນາງ   ສີລິກິດ ບຸບຜາ ກໍາມະການຄະນະບໍລິຫານງານພັກ, ຮອງປະທານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີ: ປະທານສະຫະພັນແມ່ຍິງ, ຮອງປະທານສະຫະພັນແມ່ຍິງ , ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງຂອງ 6 ອົງການຂອງພັກ ອ້ອມຂ້າງຫຼັກ6 ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໃນພິທີ ທ່ານ ນາງ ສີລິກິດ ບຸບຜາ ກໍາມະການຄະນະບໍລິຫານງານພັກ, ຮອງປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນເຖິງປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວ, ມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີຂອງແມ່ຍິງ ແລະ ການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ, ຜົນງານການເຄື່ອນໄຫວຂອງ ອົງການຈັດຕັ້ງສະຫະພັນແມ່ຍິງໃນສະໄໝກ່ອນຈົນເຖິງປັດຈຸບັນ ແລະ ການເອົາໃຈໃສ່ຂອງພັກ-ລັດ ຕໍ່ເອື້ອຍນ້ອງແມ່ຍິງ ເພື່ອຍົກບົດບາດຂອງເອື້ອຍນ້ອງແມ່ຍິງໃຫ້ນັບມື້ສູງຂຶ້ນ; ນອກຈາກນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ຂອງວັນແມ່ຍິງສາກົນໃນຂະບວນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບຍິງ-ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ຂອງພວກເຂົາໃຫ້ດີຂຶ້ນ ແລະ ຍົກໃຫ້ເຫັນເຖິງວຽກສໍາຄັນຂອງອົງການຈັດຕັ້ງສົນທິສັນຍາສາກົນ, ສົນທິສັນຍາທາງດ້ານການເມືອງ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພຶ້ນ ແລະ ອາຊີ, ແຜນນະໂຍບາຍ ແລະ ກົນໄກການສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງໃນ ສປປ ລາວ, ບົດບາດສິດສະເໝີພາບຍິງ-ຊາຍ ແລະ ວຽກງານພົວພັນຮ່ວມມືກັບຕ່າງປະເທດປີ 2023.
ພາຍຫຼັງສໍາເລັດພິທີປາຖະກະຖາສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ຍັງໄດ້ຈັດກິດຈະກໍາການແຂ່ງຂັນກິລາມວນຊົນລະຫວ່າງບັນດານັກກິລາຂອງ 6 ອົງການພັກ ອ້ອມຂ້າງຫຼັກ6 ຢ່າງເປັນຂະບວນການຟົດຟື້ນເຊັ່ນ: ກິລາດືງເຊືອກ, ກິລາຕໍ່ປຸ່ມເປົ້າລົດໄຟ ແລະ ກິລາຄາບທໍ່ຕໍ່ຢ່າງບ້ວງ.