ຍົກສູງຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການ ສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນບັນດາເຜົ່າລຽບຕາມຊາຍແດນ ໃຫ້ແກ່ຄະນະພັກຮາກຖານ, ອໍານາດການປົກຄອງກຸ່ມບ້ານໃຫຍ່ນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ຍົກສູງຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການ ສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນບັນດາເຜົ່າລຽບຕາມຊາຍແດນ ໃຫ້ແກ່ຄະນະພັກຮາກຖານ, ອໍານາດການປົກຄອງກຸ່ມບ້ານໃຫຍ່ນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຊຸດອົບຮົມຄັ້ງນີ້ໄດ້ຈັດຂຶ້ນທີ່ສະໂມສອນບ້ານນ້ຳເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ວັນທີ 18-19/10/2019 ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ນຄຳ ທຳມະເລີດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ເມືອງຕົ້ນເຜິ້ງ, ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ ແລະ ທ່ານ ອຸດົມການ ແກ້ວພວງເພັດ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງບໍ່ແກ້ວ.