ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກິດຈະກຳບານເຕະ ຂອງຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ


ໃນວັນທີ 19 ຕຸລາ 2023 ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳກິລາບານເຕະ ຢູ່ ເດີນບານເຕະຂອງກົມໃຫຍ່ພາລາທິການກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະຮັບຜິດຊອບຊຸດຮຽນຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍນັກສຶກສາທັງໝົດເຂົ້າຮ່ວມຢ່າງຟົດຟື້ນ.

ໃນການຈັດກິດຈະກຳກິລາໃນຄັ້ງນີ້ ແມ່ນນອນຢູ່ໃນຫຼັກສູດການຮຽນທິດສະດີການເມືອງຂັ້ນຕົ້ນ ເພື່ອໃຫ້ນັກສຶກສາໄດ້ມີການຜ່ອນຄາຍຈາກການຄົ້ນຄວ້າຮໍ່າ ຮຽນ ທັງເປັນການອອກກໍາລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງນັກສຶກສາດ້ວຍກັນ ແລະ ຄະນະຮັບຜິດຊອບຊຸດຮຽນ.