ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL)

ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL)
ຄໍລໍາພວກເຮົາໄດ້ຂຽນກ່ຽວກັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ -19 ມາຫຼາຍແລ້ວແຕ່ມື້ນີ້ຢາກນໍາສະເໜີ ກ່ຽວກັັບການດໍາເນີນຊີວິດໄປຄຽງຄູ່ກັບການລະບາດຂອງພະຍາດໂຄວິດ -19 ເຊິ່ງຍັງບໍ່ທັນມີທ່າທີຫຼຸດຜ່ອນລົງ. ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າມີການເວົ້າເຖິງ ວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL) ຫຼືຈະເວົ້າແບບເຂົ້າໃຈງ່າຍໆວ່າ ການດໍາເນີນຊີວິດແບບໃໝ່ນີ້ ມັນຕ່າງຈາກແບບທີ່ພວກເຮົາເຄີຍຢູ່ເຄີຍກິນແນວໃດ?
ອັນທີ່ໜຶ່ງ: ແມ່ນແນວທາງປະຕິບັດທີ່ຜູ້ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິນັ້ນຕ້ອງມີການປ່ຽນແປງໄປສູ່ອັນໃໝ່ທີ່ບໍ່ຄຸ້ນເຄີຍເຊິ່ງລວມມີ: ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ແລະ ວິທີບໍລິຫານຈັດການຕ່າງໆ. ວິຖີຊີວິດແບບໃໝ່ໄດ້ແກ່:
– ພຶດຕິກໍາການນໍາໃຊ້ອິນເຕີເນັດ: ມັນມີບົດບາດຫຼາຍຂຶ້ນໃນການດໍາເນີນຊີວິດປະຈໍາວັນ ບໍ່ວ່າຈະເປັນການສຶກສາຮໍ່າຮຽນ ໂດຍສະເພາະການຮຽນທາງອອນລາຍ, ປະຊຸມອອນລາຍ… ຄົນບໍ່ຈໍາເປັນໄປຫ້ອງການເຮັດວຽກຢູ່ເຮືອນ (ແບບອອນລາຍ) ການສັ່ງຊື້ສິນຄ້າ ແລະ ອາຫານການກິນ; ການເຮັດທຸລະກໍາທາງການເງິນ; ການເບິ່ງຮູບເງົາ ແລະ ການບັນເທີງຕ່າງໆ ທາງອອນລາຍເປັນຕົ້ນ.
– ການຮັກສາໄລຍະຫ່າງທາງສັງຄົມ: ຄົນເລີ່ມລະມັດລະວັງບໍ່ໃກ້ຊິດກັນຫຼາຍເກີນໄປ; ການໄປບ່ອນສາທາລະນະ ຫຼື ບ່ອນຊຸມຊົນແອອັດ-ບ່ອນຊຸມນຸມຊົນ-ງານລ້ຽງ-ງານດອງ-ງານບຸນຕ່າງໆ ກໍ່ຫຼຸດລົງຄົນຫັນໄປສູ່ການຈັດງານຢູ່ເຮືອນຫຼາຍຂຶ້ນ, ຫຼຸດຜ່ອນການເດີນທາງທ່ອງທ່ຽວ…
– ການເອົາໃຈໃສ່ສຸຂະພາບ: ຄົນສ່ວນໃຫຍ່ຫັນໄປສູ່ການໃສ່ໜ້າກາກອະນາໄມ; ການລ້າງມື; ການຕິດຕາມສຸຂະພາບຂອງຕົນເອງເປັນປະຈໍາ; ການຊື້ປະກັນສຸຂະພາບ; ການອອກກໍາລັງກາຍ ແລະ ການເລືອກກິນອາຫານທີ່ມີປະໂຫຍດຕໍ່ຕົນເອງ.
– ການບໍລິຫານການໃຊ້ຈ່າຍ: ການໃຊ້ ຫຼື ຊື້ສິນຄ້າຟູມເຟືອຍຫຼຸດລົງຄົນສ່ວນໃຫຍ່ຫັນໄປສູ່ການຊື້ສິນຄ້າທີ່ຈໍາເປັນ ແລະ ມີຄຸນນະພາບສູງເປັນຕົ້ນ: ອາຫານການກິນ; ການທ້ອນເງິນ; ການຊື້ປະກັນຊີວິດ ແລະ ລະມັດລະວັງໃນການລົງທຶນຄ້າຂາຍຫຼາຍຂຶ້ນ.
ອັນທີສອງ: ມີຄວາມລະມັດລະວັງຫຼາຍຂຶ້ນໃນການດໍາລົງຊີວິດເພາະ ຍັງບໍ່ມີໃຫ້ຮູ້ວ່າການລະບາດພະຍາດໂຄວິດ -19 ນີ້ຈະແກ່ຍາວໄປຮອດປີໃດ? ເຖິງແມ່ນວ່າຈະມີການຜະລິດວັກຊີນ ອອກມາແລ້ວແຕ່ກໍ່ຍັງບໍ່ທັນສະຫຼຸບໄດ້ວ່າຈະປາບພະຍາດນີ້ໄດ້ສໍ່າໃດ?
ທັງໝົດນັ້ນແມ່ນການດໍາເນີນວິຖີຊີວິດແບບປົກກະຕິໃໝ່ ( NEW NORMAL) ທີ່ຜູ້ຂຽນຊອກຫາມາເລົ່າສູ່ຟັງຈາກເອກະສານທີ່ໄດ້ອ່ານຈາກຕ່າງປະເທດ.
ທ່ານ ຄໍາວິສັນ ແກ້ວສຸວັນ.
ຜູ້ຊ່ວຍຄະນະໂຄສະນາອົບຮົມສູນກາງພັກ