ຂ່າວສານ ຄອສພ

ຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງຂອງ ຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ.

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2024. ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍພະນັກງານທົ່ວ ຄອສພ ໄດ້ໃຫ້ກຽດຕ້ອນຮັບການມາຢ້ຽມຢາມ ຄະນະໂຄສະນາອົບຮົມສູນກາງພັກ ຂອງສະຫາຍ ຫຼີ ຊູ ເຫີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ສະຫາຍ ໃຫ້ກຽດເດີນທາງມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XI; ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີການປົກປັກຮັກສາ ລະບົບນິເວດ ແລະ ສິ່ງແວດລ້ອມ ໃນຍຸກຫັນເປັນທັນສະໄໝ” ທີ່ຫ້ອງປະຊຸມໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ສປປ ລາວ.

ກອງ​ປະ​ຊຸມ​​ສຳ​ມະ​ນາ​ທິດ​ສະ​ດີ ລະ​ຫວ່າງ ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດ ຈີນ ຄັ້ງ​ທີ XI

  ກອງ​ປະ​ຊຸມ​​ສຳ​ມະ​ນາ​ທິດ​ສະ​ດີ ລະ​ຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັ້ງ​ທີ XI     ໃນຕອນບ່າຍ ຂອງວັນທີ 09 ມັງກອນ 2024, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XI; ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາ ລະບົບນິເວດ ແລະ ສິ່ງແວດລ້ອມ ໃນຍຸກຫັນເປັນທັນສະໄໝ”

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານ ຢູ່ແຂວງຊຽງຂວາງ.

ໃນຕອນເຊົ້າຂອງວັນທີ 4 ມັງກອນ 2024 ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີປາຖະກະຖາ ເພື່ອລະນຶກວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ. ໃຫ້ກຽດປາຖະກະຖາໂດຍສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຊີ້ນໍາການຈັດຕັ້ງສະເຫຼີມສະຫຼອງ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຂັ້ນສູນກາງ, ເຂົ້າຮ່ວມຮັບຟັງມີ ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ກົມກອງ, ພະນັກງານ-ລັດຖະກອນ, ລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 274 ຄົນ, ຍິງ 78 ຄົນ.

ຄະນະຜູ້ແທນຂັ້ນສູງຂອງຫນັງສືພິມ ເຍີນເຍີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ເຂົ້າຢ້ຽມຂໍ່ານັບສະຫາຍຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນບ່າຍຂອງວັນທີ 25 ທັນວາ 2023 ຜ່ານມາ ທີ່ ຫ້ອງຮັບແຂກ ຄອສພ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດິງ ຍື ຮວານ ຮອງບັນນາທິການໃຫຍ່ໜັງ ສືພິມ ເຍິນເຍິນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະ ຫວ່າງວັນທີ 24-29 ທັນວາ 2023 ນີ້.

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ V ຂອງອົງຄະນະພັກ  ຄອສພ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ V ຂອງອົງຄະນະພັກ  ຄອສພ     ໃນຕອນເຊົ້າວັນທີ 25 ທັນວາ 2023 ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 7 ສະໄໝທີ V ໄດ້ຈັດຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ

1 24 25 26 27 28 78