ຄະນະຜູ້ແທນພັກກອມມູນິດຈີນເຂົ້າຢ້ຽມຄຳນັບ ແລະ ເຮັດວຽກກັບຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ

ຄະນະຜູ້ແທນພັກກອມມູນິດຈີນເຂົ້າຢ້ຽມຄຳນັບ ແລະ ເຮັດວຽກກັບຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ

    ໃນຕອນບ່າຍວັນທີ 10 ພຶດສະພາ 2024 ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກສະຫາຍ ຈ້າວ ຊືທົງ ຜູ້ຊ່ວຍຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຄຳນັບ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນພິທີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ທີ່ເລືອກເອົາ ສປປ ລາວເປັນປະເທດທຳອິດໃນການຢ້ຽມຢາມ ແລະ ເຮັດວຽກ ພາຍຫຼັງທີ່ສະຫາຍຂຶ້ນດຳລົງຕຳແໜ່ງເປັນຜູ້ຊ່ວຍຫົວໜ້າ ຄຕພ ຈີນ. ສະຫາຍ ຈ້າວ ຊືທົງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຊະນິດສະໜົມຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມທັງ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ແມ່ນຜົນສຳເລັດຂອງການຢ້ຽມຢາມ ແລະ ເຮັດວຽກຂອງການນຳຂັ້ນສູງສອງສະພາທິດສະດີສູນກາງພັກລາວ-ຈີນ ໃນຊຸມປີທີ່ຜ່ານມາ.

ຈຸດປະສົງໃນການເຂົ້າຢ້ຽມຄຳນັບ ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງພັກລາວ-ຈີນ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງສື່ຂອງພັກ,ການຈັດຕັ້ງສຳມະນາວິທະຍາສາດລາວ-ຈີນ, ການແລກປ່ຽນທິດສະດີທີ່ສອງຝ່າຍໃຫ້ຄວາມສົນໃຈ ພ້ອມທັງການແປປຶ້ມສູນທອນພົດຂອງການນຳສູງສຸດທັງສອງຝ່າຍມາເປັນພາສາລາວ ແລະ ພາສາຈີນ ເພື່ອເຜີຍແຜ່ໂຄສະນາໃຫ້ປະຊາຊົນສອງຊາດລາວ-ຈີນໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນດັ່ງກ່າວ ແລະ ເນື່ອງໃນໂອກາດສ ປປ ລາວ ເປັນປະທານອາຊຽນ ແລະ ເປີດປີທ່ອງທ່ຽວ2024 ນີ້ສະຫາຍ ຈ້າວ ຊືທົງ ໄດ້ສະແດງ ຄວາມເຊື່ອໝັ້ນວ່າ ພາຍໃຕ້ທິດຊີ້ນໍາ ຂອງການນຳຂັ້ນສູງຂອງສອງພັກ, ສອງລັດລາວ-ຈີນນັ້ນຈະເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ຊຸກຍູ້ສົ່ງເສີມການລົງທຶນພ້ອມທັງຂະຫຍາຍການພົວພັນ ຮ່ວມມືລາວ-ຈີນ ໃຫ້ນັບມື້ມີປະສິດທິຜົນ ແລະ ກວ້າງຂວາງຍິ່ງໆຂຶ້ນ.

ນອກຈາກນີ້ທັງສອງຝ່າຍຍັງໄດ້ແລກປ່ຽນບົດຮຽນບັນດາບັນຫາທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນທີ່ມີຜົນກະທົບຕໍ່ການພົວພັນຮ່ວມມືລາວ-ຈີນໃນຍຸກປັດຈຸບັນ ເພື່ອມີແຜນຮັບມືກັບສະພາບການທີ່ຄາດຄະເນໄດ້ຍາກທີ່ຈະກະທົບຕໍ່ການພົວພັນຮ່ວມມືຂອງທັງສອງຝ່າຍໂດຍສະເພາະແມ່ນການຈັດຕັ້ງປະຕິບັດສັນຍາວ່າດ້ວຍຄູ່ຮ່ວມຊາຕາກຳລາວ-ຈີນສະບັບໃໝ່ປີ 2024-2028 ແລະ ບັນດາການຮ່ວມມືຂອງທັງສອງພັກໃນຕໍ່ໜ້າ.