ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະຖະກະຖາ ວັນສ້າງຕັ້ງແມ່ຍິງສາກົນຄົບຮອບ 116 ປີ.

ໃນຕອນເຊົ້າຂອງວັນທີ 5 ມີນາ 2026 ນີ້ ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 116 ປີ( 8 ມີນາ 1910 – 8 ມີນາ 2026 ) ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ  ເພື່ອເປັນການຫວນຄືນມູນເຊື້ອ ປະຫວັດຄວາມເປັນມາ ຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າ, ບັນດາກົມ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນກຳມະບານ, ຊາວໜຸ່ມ, ຄະນະສະຫະພັນແມ່ຍິງ ຄອສພ, ຄະນະສະຫະພັນແມ່ຍິງຮາກຖານ, ບັນດາໜ່ວຍ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ຫວນຄືນເຖິງປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍລວມແລ້ວວັນແມ່ຍິງສາກົນໄດ້ກໍາເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດໂຮງຈັກໂຮງງານອຸດສາຫະກໍາຂອງນາຍທຶນຂະຫຍາຍຕົວ ໄດ້ສ້າງຄວາມຮັ່ງມີໃຫ້ພວກນາຍທຶນ ແຕ່ຊໍ້າພັດເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນແມ່ຍິງຢູ່ພາຍໃຕ້ລະບອບສັກດີນານາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.  ຈົນມາໃນວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15.000 ຄົນ ຈີ່ງໄດ້ເດີນຂະບວນປະທ້ວງ ຢູ່ເມືອງ ນິວຢອກ ເພື່ອປະທ້ວງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ, ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄຳຂວັນ: (ເຂົ້າຈີ່ ແລະ ດອກກຸຫຼາບ) ມາເຖິງປີ 1910 ຂະບວນຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກສູ່ປະເທດນາຍທຶນ ຢູ່ທະວີບເອີລົບ ແລະ ປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂື້ນຢູ່ ໂກເປນຮາກ ນະຄອນຫຼວງ ຂອງປະເທດ ແດນມາກ ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ, ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງບັນດາອົງການຈັດຕັ້ງ, ສົນທິສັນຍາ, ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ ພາກພື້ນ- ອາຊຽນ ແລະ ນະໂຍບາຍ, ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ຕື່ມອີກ.ນອກນັ້ນ ທ່ານ  ຍັງໄດ້ເນັ້ນຫນັກຕໍ່ສະມາຊິກແມ່ຍິງທຸກສະຫາຍພ້ອມກັນເພີ່ມທະວີຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງແໜ້ນແຟ້ນ, ສຶກສາອົບຮົມແນວຄິດແມ່ຍິງ ໃຫ້ມີຄຸນທາດການເມືອງອັນໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດອັນສູງຊົ່ງ, ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດເໝາະຕົວຈິງໃນແຕ່ລະໄລຍະ. ພ້ອມກັນນັ້ນ ກໍຕ້ອງເປັນເຈົ້າການປຸກລະດົມ, ຊຸກຍູ້ສົ່ງເສີມສ້າງເງື່ອນໄຂອໍານວຍຄວາມສະດວກໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ແມ່ຍິງມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ, ຮຽນຮູ້ເອົາສິ່ງໃໝ່ທີ່ດີ ແລະ ກ້າວໜ້າ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທັດສະນະກ້າຄິດ, ກ້າເຮັດ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ , ຕັ້ງຫນ້າຄົ້ນຄວ້າເຊື່ອມຊຶມເນື້ອໃນຕາມຈຸດປະສົງ ແລະ ຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ;  ຄຽງຄູ່ກັນນີ້ ກໍຕ້ອງຍົກສູງຄວາມຮັບຜິດຊອບ ແລະ ເພີ່ມທະວີການຮ່ວມມືໃນການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ໃຫ້ຫມັ້ນຄົງທະນົງແກ່ນຕະຫລອດໄປ.

 

ຫຼັງຈາກນັ້ນ ຄະນະບໍລິຫານການ ແມ່ຍິງ ຄອສພ ໄດ້ຂຶ້ນຜ່ານມະຕິກອງປະຊຸມໃຫນ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX, ເຜີຍແຜ່ກົດລະບຽບຂອງສະຫະພັນແມ່ຍິງລາວທົ່ວປະເທດຄັ້ງທີ IX  ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍຸບຄະນະສະຫະພັນແມ່ຍິງຮາກຖານ, ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບ ຄະນະສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍພາກສ່ວນສື່, ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບ ຄະນະສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍພາກສ່ວນສື່, ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະກຳມາທິການເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ຄອສພ.