ຂ່າວສານ ຄອສພ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກິດຈະກຳບານເຕະ ຂອງຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 19 ຕຸລາ 2023 ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳກິລາບານເຕະ ຢູ່ ເດີນບານເຕະຂອງກົມໃຫຍ່ພາລາທິການກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະຮັບຜິດຊອບຊຸດຮຽນຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍນັກສຶກສາທັງໝົດເຂົ້າຮ່ວມຢ່າງຟົດຟື້ນ. ໃນການຈັດກິດຈະກຳກິລາໃນຄັ້ງນີ້ ແມ່ນນອນຢູ່ໃນຫຼັກສູດການຮຽນທິດສະດີການເມືອງຂັ້ນຕົ້ນ ເພື່ອໃຫ້ນັກສຶກສາໄດ້ມີການຜ່ອນຄາຍຈາກການຄົ້ນຄວ້າຮໍ່າ ຮຽນ ທັງເປັນການອອກກໍາລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງນັກສຶກສາດ້ວຍກັນ ແລະ ຄະນະຮັບຜິດຊອບຊຸດຮຽນ.

ພິທີປາຖະກະຖາຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ.

ໃນຕອນເຊົ້າ ຂອງວັນທີ 17 ຕຸລາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປລາວ ຈັດປາ ຖະກະຖາພາຍໃຕ້ຫົວຂໍ້: ຜົນສໍາເລັດອັນພົ້ນເດັ່ນ ຂອງພັກກອມມູນິດຫວຽດນາມ ໃນການນໍາພາປະເທດຊາດກ້າວຂຶ້ນສັງຄົມນິຍົມ ແລະ ນະໂຍບາຍຕ່າງປະເທດໃນເງື່ອນໄຂປັດຈຸບັນ; ໃຫ້ກຽດເຂົ້າຮ່ວມມີ: ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ມີບັນດາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງລັດຖະມົນຕີບັນດາກະຊວງ-ອົງການອ້ອມຂ້າງສູນກາງພັກ, ຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຄະນະໂຄສະນາອົບຮົມເມືອງ, ນະຄອນຫຼວງ ແລະ ພະນັກງານວິຊາການທັງໝົດ ພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງ ການ.

ໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ມີພິທີເປີດວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍນາງ ວິລະວອນ ພັນທະວົງ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່, ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ ແລະ ບັນດາສື່ສິ່ງພິມອອນລາຍເຂົ້າຮ່ວມຢ່າງພ້ອມພຽງ.

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ເມືອງວັງວຽງ, ແຂວງວຽງຈັນ.

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ.              ໃນວັນທີ 2-3 ຕຸລາ 2023 ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ ຈໍານວນ 43 ສະຫາຍ, ຍິງ 23 ສະຫາຍ, ນໍາພາໂດຍ ຄູອາຈານ ຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະຮັບຜິດຊອບຊຸດຮຽນ ຂອງຄະນະໂຄສະນາອົບຮົມສູນກາງພັກ.

ຄອສພ ເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ.

ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ກັບພະນັກງານຜູ້ທີ່ເຮັດວຽກງານສື່ມວນຊົນພາຍໃນ ຄອສພ ແລະ ບັນດາສື່ມວນຊົນ ຂອງອົງການພັກ ກ່ຽວກັບວຽກງານໂຄສະນາຜ່ານສື່. ໃນຕອນເຊົ້າຂອງວັນທີ 26 ກັນຍາ 2023 ຢູ່ທີຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ) ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາຜ່ານສື່ ແລະ ຜູ້ດໍາເນີນລາຍການວິທະຍຸ-ໂທລະພາບ ຂຶ້ນ ໃຫ້ກຽດເປັນປະທານ ແລະ ກ່າວເປີດຝຶກອົບຮົມ ໂດຍ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄອສພ, ມີ ທ່ານ ວັນໄຊ ຕະວິນຍານ ກໍາມະການຄະນະພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນໍາວຽກງານໂຄສະນາຜ່ານສື່, ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ, ພະນັກງານກົມໂຄສະນາ, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ວາລະສານອາລຸນໃໝ່, ໜັງສືພິມປະຊາຊົນ, ວາລະສານກໍ່ສ້າງພັກ, ວາລະສານກວດກາ ແລະ ວາລະສານປ້ອງກັນຊາດເຂົ້າຮ່ວມ 36 […]

1 28 29 30 31 32 78