ຂ່າວສານ ຄອສພ

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປີດປ້າຍສິລາຈາ ລຶກອະນຸ ສອນສະຖານບ່ອນດຳເນີນກອງປະ ຊຸມໃຫຍ່ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ.

ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກອະນຸສອນສະຖານບ່ອນດຳເນີນກອງປະຊຸມໃຫຍ່ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ. ໃນວັນທີ 7 ທັນວາ 2020 ທີ່ດ່ານນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ, ທ່ານ ປອ ຄຳພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນ ດາສະຫາຍການນຳພັກ-ລັດ, ອະດີດການນຳພັກ-ລັດ ພ້ອມດ້ວຍ ບັນດາກ້ອນກຳລັງປກສ-ປກຊ, ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນແຂວງຫົວພັນ ໄດ້ພ້ອມພຽງກັນເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກອະນຸສອນສະຖານ ບ່ອນດໍາເນີນກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955. ໃນພິທີສະຫາຍ ຄອນປະພັນ ເລືອງສີຈັນທອງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສອນສະຖານ ໄດ້ເລີ່ມດຳເນີນການກໍ່ສ້າງງຕັ້ງແຕ່ວັນທີ 25 ກັນຍາ 2020, ມາຮອດປັດຈຸບັນ […]

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat).

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat). ໃນຕອນເຊົ້າວັນທີ 4 ທັນວາ 2020, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ສູນບໍລິຫານລັດ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຈັດຊຸດຝຶກອົບຮົມການຕິດຕັ້ງ ແລະ ການນໍາໃຊ້ ລະບົບສື່ສານພາກລັດ (G-chat) ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຮ່ວມຂອງ ທ່ານ ບົວໄລ ຊົມພູແກ້ວ ຮັກສາການຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະ ແນກ ພ້ອມດວ້ຍວິຊາການພາຍໃນຄອສພ ເຂົ້າຮ່ວມຈຳນວນ 123 ທ່ານ, ຍິງ 67 […]

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄຳມ່ວນຄັ້ງທີ X.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄຳມ່ວນຄັ້ງທີ X. ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 29-30 ພະຈິກ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ຮັກສາການເຈົ້າແຂວງແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ ການນໍາຂອງແຂວງ, ພະນັກງານປະຕິ ວັດ-ອະວຸໂສບຳນານ, ບັນດານັກທຸລະກິດ, ຜູ້ປະກອບການ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ, ສຳຮອງ ຈຳນວນ 335 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ທັງໝົດ 20.265 ສະຫາຍ, ຍິງ 5.237 ສະຫາຍ ເຂົ້າຮ່ວມ. ໃນກອງປະຊຸມສະຫາຍ ວັນໄຊ ພອງສະຫວັນ ໄດ້ລາຍງານ ແລະ ຍົກໃຫ້ເຫັນຜົນງານ, ດ້ານດີ, […]

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX        ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2020 ທີ່ສະໂມສອນໃຫຍ່ຂອງແຂວງ

ພິທີປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 100ປີ ຢູ່ສູນກາງແນວລາວສ້າງຊາດ.

ພິທີປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 45ປີ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 100ປີ ຢູ່ສູນກາງແນວລາວສ້າງຊາດ.     ໃນວັນທີ 20 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/1975-2/12/2020) ແລະ

1 50 51 52 53 54 62