ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ປະທານ ກິມ ເຈິງ ອິນ ຄົບຮອບ 80 ປີ(16/2/1949 – 16/2/2022)

ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ປະທານ ກິມ ເຈິງ ອິນ ຄົບຮອບ 80 ປີ(16/2/1949 – 16/2/2022)

ໃນຕອນເຊົ້າວັນທີ 14 ກຸມພາ 2022 ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ປະທານ ກິມ ເຈິງ ອິນ ຄົບຮອບ 80 ປີ(16/2/1949 – 16/2/2022) ຂຶ້ນທີ່ຫ້ອງປະຊຸມ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມມີສະຫາຍ ລາວປາວຊົງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ປ້ານ ນ້ອຍມະນີ, ອະດີດກຳມະການສູນກາງພັກ, ປະທານສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຮອງເລຂາຄະນະພັກກະຊວງ-ອົງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານພາຍໃນ ຄອສພ ເຂົ້າຮ່ວມມີຈຳນວນ 150 ສະຫາຍໄດ້ເຂົ້າຮ່ວມ.

ໃນພິທີປາຖະກະຖາຄັ້ງນີ້ໄດ້ຮັບຊົມວິດີໂອກ່ຽວກັບການສ້າງສາພັດທະນາສປປ ເກົາຫຼີ ແລະ ໃຫ້ກຽດປາຖະກະຖາໂດຍສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປ ເກົາຫຼີ ປະຈຳ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານການນຳພາຂອງສະຫາຍ ກິມເຈິງອິນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະ ທິດທາງໃນການນຳພາປະເທດຊາດກ້າວສູ່ປະເທດສັງຄົມນິຍົມຂອງສປປ ເກົາຫຼີ ແລະ ຍັງໄດ້ຍົກໃຫ້ເຫັນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສປປ ລາວ ແລະ ສປປ ເກົາຫຼີທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.
ໃນວາລະສຸດທ້າຍແມ່ນໄດ້ຮັບຊົມສິລະປະວັນນະຄະດີຈາກສປປ ເກົາຫຼີ ແລະ ສປປ ລາວ.

VDO “ການສະແດງສິນລະປະ ຊາວໜຸ່ມຈາກ ສປປເກົາຫຼີ

VDO “ການສະແດງສິນລະປະ ຊາວໜຸ່ມຈາກ ສປປເກົາຫຼີ (ບົດເພັງກຸຫຼາບປາກເຊ 01)

VDO “ການສະແດງສິນລະປະ ຊາວໜຸ່ມຈາກ ສປປເກົາຫຼີ (ບົດເພັງກຸຫຼາບປາກເຊ 02)

VDO “ການສະແດງສິນລະປະ ຊາວໜຸ່ມຄະນະສາມະຄົມແຄນລາວ

VDO “ການສະແດງສິນລະປະ ຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ສປປລາວ